ກອງປະຊຸມຄັ້ງປະຖົມມະລຶກຄະນະສະເພາະກິດຮັບຜິດຊອບການປະເມີນວຽກງານການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວຄັ້ງທີ 02 (2019-2021) ວັນທີ 25 ພະຈິກ 2019, ທີ່ ທະນາຄານແຫ່ງ ສປປ ລາວ.
ໃນຕອນບ່າຍຂອງ ວັນທີ 25 ພະຈິກ 2019, ເວລາ 14:00-16:30 ໂມງ, ທີ່ຫ້ອງປະຊຸມໃຫຍ່ຊັ້ນ IV ທະນາຄານແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມຄັ້ງປະຖົມມະລຶກຄະນະສະເພາະກິຮັບຜິດຊອບການປະເມີນວຽກງານການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວຄັ້ງທີ 02 (2019-2021) ວັນທີ 25 ພະຈິກ 2019, ທີ່ ທະນາຄານແຫ່ງ ສປປ ລາວ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານ ຄຕຟງ. ພ້ອມນີ້,ກໍມີບັນສະມາຊິກຄະນະສະເພາະກິດ, ກອງເລຂາແລະ ບາງກະຊວງກ່ຽວຂ້ອງເຂົ້າຮ່ວມໃນກອງປະຊຸມ. ກອງປະຊຸມໄດ້ມີການປຶກສາຫາລືຫຼາຍບັນຫາທີ່ມີຄວາມສໍາຄັນຕິດພັນກັບ ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ໂດຍສະເພາະແມ່ນ ການກະກຽມຄວາມພ້ອມເພື່ອປະເມີນຮອບດ້ານ ຂອງ ສປປ ລາວ ໃນປີ 2020-2021. ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງບັນດາອານຸກໍາມະການຂອງ 04 ພາກສ່ວນທີ່ຮັບຜິດຊອບການປະເມີນຜົນຮອບດ້ານກ່ຽວກັບການຈັດຕັ້ງປະຕິບັດວຽກງານການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ໃນນັ້ນປະກອບມີ: ພາກສ່ວນທີ 1 ຮັບຜິດຊອບວຽກງານເຜີຍແຜ່ ແລະ ເຊື່ອມຊຶມ, ພາກສ່ວນທີ 2 ຮັບຜິດຊອບວຽກງານນິຕິກໍາ ແລະ ກົນໄກ, ພາກສ່ວນທີ 3 ຮັບຜິດຊອບວຽກງານຄຸ້ມຄອງ ແລະ ພາກສ່ວນທີ 4 ຮັບຜິດຊອບວຽກງານດໍາເນີນຄະດີ, ທັງ 4 ພາກສ່ວນໄດ້ລາຍງານຄວາມຄືບໜ້າ ແລະ ແຜນຈັດຕັ້ງປະຕິບັດໃນຕໍ່ໜ້າຂອງຕົນ ໂດຍສຸມໃສ: 1. ສ້າງຄວາມເຂົ້າໃຈໃຫ້ບັນດາພາກສ່ວນ ແລະ ອົງການທີ່ຕິດພັນກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ກ່ຽວກັບພັນທະ ແລະ ຄວາມຮັບຜິດຊອບຂອງຕົນຕໍ່ກັບວຽກງານດັ່ງກ່າວໃນລວງເລິກ, ເຜີຍແຜເຊື່ອມຊຶມໃຫ້ທົ່ວສັງຄົມຮັບຮູ້ ແລະ ເຂົ້າໃຈວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ; 2. ກວດກາຄືນບັນດານິຕິກຳທີ່ກ່ຽວຂ້ອງ ຂອງ ສປປ ລາວ ກັບມາດຖານອົງການຕ້ານການຟອກເງິນສາກົນ (FATF) ອັນໃດທີ່ມີແລ້ວ ແລະ ຖືກຈັດຕັ້ງປະຕິບັດແລ້ວ ສ່ວນອັນຄົງຄ້າງຈະຕ້ອງໄດ້ສ້າງ ແລະ ຂຶ້ນແຜນພັດທະນາ; 3. ກຳນົດໃຫ້ໄດ້ຜູ້ຄຸ້ມຄອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ກໍ່ຄືຜູ້ຄຸ້ມຄອງການປະຕິບັດພັນທະຂອງຕົນພາຍໃຕ້ວຽກງານ AML/CFT ເພື່ອຮັບປະກັນໃຫ້ລະບົບການດຳເນີນທຸລະກິດຂອງ ສປປ ລາວມີ ຄວາມປອດໃສຈາກອາສະຍາກຳ; 4. ຮັບປະກັນການຈັດຕັ້ງປະຕິບັດວຽກງານ ສືບສວນ-ສອບສວນການກະທຳຜິດຕົ້ນ ຂອງເຈົ້າໜ້າທີ່ ມີການມີການສືບສວນ-ສອບສວນ ທາງການເງິນໄປຄຽງຄູ່ກັນ ເພື່ອນຳໄປສູ່ການຕັດສິນຄະດີ ສະຖານຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.