ສຳນັກງານຂໍ້ມູນຕ້ານການຟອກເງິນAnti-Money Laundering Intelligence Office
ເມນູ
← ກັບຄືນຫາລາຍການຂ່າວ

ກອງປະຊຸມ ເຜີຍແຜ່ ແລະ ເຊື່ອມຊືມ ວຽກງານຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ AML/CFT ໃຫ້ແກ່ໃຫ້ແກ່ພາກສ່ວນສື່ມວນຊົນ.

ຮູບພາບເພີ່ມເຕີມ 1

ກະຊວງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ທະນາຄານແຫ່ງ ສປປ ລາວ ໄດ້ຈັດຕັ້ງການເຜີຍແຜ່ ແລະ ເຊື່ອມຊຶມວຽກງານການຕ້ານ ສະກັດກັ້ນການຟອກເງິນ ແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃນວັນທີ 13 ມັງກອນ 2020 ທີ່ຫ້ອງປະຊຸມຊັ້ນ 4 ທະນາຄານແຫ່ງ ສປປ ລາວ ໂດຍການໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ສະຫວັນຄອນ ຣາສມຸນຕີ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ທ່ານ ພຸດທະໄຊ ສີວິໄລ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ມີບັນດາພະນັກງານຈາກກົມກອງວິຊາການທີ່ກ່ຽວຂ້ອງກະຊວງ ລວມທັງ ນັກຂ່າວ ແລະ ສື່ມ່ວນຊົນ, ພ້ອມດ້ວຍຄະນະອະນຸກໍາມະການຮັບຜິດຊອບການປະເມີນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ເຂົ້າຮ່ວມ. ການເຜີຍແຜ່ວຽກງານດັ່ງກ່າວ ຖືໄດ້ວ່າເປັນຄັ້ງທໍາອິດທີ່ຈັດໃຫ້ພາກສ່ວນສື່ມວນຊົນ ເປັນການເຜີຍແຜ່ເປີດກວ້າງຄວາມຮັບຮູ້ກ່ຽວກັບວຽກງານຕ້ານການຟອກເງິນຕາມແຜນການຈັດຕັ້ງປະຕິບັດຂອງຄະນະສະເພາະກິດແຫ່ງຊາດເພື່ອຕ້ານການຟອກເງິນ ແນໃສ່ສ້າງຄວາມຮັບຮູ້ເຂົ້າໃຈໃຫ້ກັບ ພະນັກງານກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ນັກຂ່າວ ແລະ ສື່ມ່ວນຊົນ ຕໍ່ກັບຜົນການປະເມີນຄວາມສ່ຽງລະດັບຊາດກ່ຽວກັບວຽກງານຕ້ານການຟອກເງິນ ແລະ ແຜນການຈັດຕັ້ງປະຕິບັດແກ້ໄຂຂໍ້ຄົງຄ້າງໃນຕໍ່ໜ້າ, ໃນນາມເປັນກະບອກສຽງຂອງສັງຄົມທີ່ຖືໄດ້ວ່າເປັນພາກສ່ວນທີ່ເຮັດວຽກງານເຜີຍແຜ່ຕ້ອງໄດ້ເຂົ້າໃຈຢ່າງເລິກເຊິ່ງກ່ອນທີ່ຈະເຮັດການເຜີຍແຜ່ໃຫ້ທົ່ວສັງຄົມ ກໍ່ຄື ພາກລັດ, ເອກະຊົນ ແລະ ພໍ່ແມ່ປະຊາຊົນໃນຂອບເຂດທົ່ວປະເທດ ໄດ້ມີຄວາມຮັບຮູ້ເຂົ້າໃຈກ່ຽວກັບຄວາມສໍາຄັນວຽກງານດັ່ງກ່າວ, ພ້ອມທັງຍັງເປັນການກະກຽມຄວາມພ້ອມໃນການປະເມີນລະດັບຊາດວຽກງານຕ້ານການຟອກເງິນ ຄັ້ງທີ 2 (2020-2021).