ການຂະຫຍາຍການຮ່ວມມືໃນການສ້າງຂີດຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຂອງ ສປປ ລາວ ໃນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ແລກປ່ຽນປະສົບການ ລະຫວ່າງເຈົ້າໜ້າທີ່ກ່ຽວຂ້ອງ ຂອງ ສປປ ລາວ ທັງຂັ້ນສູນກາງ, ທ້ອງຖິ່ນ ແລະ ຣາຊະອານາຈັກໄທ.
ໃນວັນທີ 12-13 ມິຖຸນາ 2024, ສໍານັກງານຂໍ້ມູນຕ້ານການຟອກເງິນ ໄດ້ເຂົ້າຮ່ວມແລກປ່ຽນບົດຮຽນການຈັດຕັ້ງປະຕິບັດວຽກງານ AML/CFT ໃນກອງປະຊຸມສໍາມະນາ ກ່ຽວກັບການຈັດຕັ້ງປະຕິບັດພັນທະສາກົນ ໃນວຽກງານການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ໂຮງແຮມ ເມື່ອງແທັງ, ນະຄອນຫຼວງວຽງຈັນ. ຮ່ວມຈັດໂດຍ ກະຊວງການຕ່າງປະເທດ, ສະຖານທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ແລະ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA). ໂດຍມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ເຂົ້າຮ່ວມແລກປ່ຽນຂໍ້ມູນ ແລະ ຖອດຖອນບົດຮຽນຮ່ວມກັບບັນດານັກວິທະຍາກອນລາວທີ່ມາຈາກ ກະຊວງການຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງພາຍໃນ, ອົງການໄອຍະການປະຊາຊົນສູງສຸດ, ສຳນັກງານຂໍ້ມູນຕ້ານການຟອກເງິນ ແລະ ຊ່ຽວຊານຕ່າງປະເທດທີ່ມາຈາກ ສຳນັກງານປົກປ້ອງ ແລະ ປາບປາມການຟອກເງິນ, ອົງການໄອຍະການສູງສຸດ, ສຳນັກງານຕຳຫຼວດ ແຫ່ງ ຣາຊະອານາຈັກໄທ; ແລະ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ ທັງໝົດຫຼາຍກວ່າ 100 ທ່ານ.