ສຳນັກງານຂໍ້ມູນຕ້ານການຟອກເງິນAnti-Money Laundering Intelligence Office
ເມນູ

ການເຄື່ອນໄຫວຂອງ ສຕຟງ

ສຳນັກງານຂໍ້ມູນຕ້ານການຟອກເງິນ ໄດ້ມີການເຄື່ອນໄຫວ ແລະ ກິດຈະກຳຕ່າງໆ ເພື່ອສ້າງຄວາມເຂັ້ມແຂງ ແລະ ພັດທະນາຄວາມຮູ້ຄວາມສາມາດ ດ້ານວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເປັນຕົ້ນແມ່ນ ການເຂົ້າຮ່ວມກອງປະຊຸມ, ການຝຶກອົມຮົບ ແລະ ສຳມະນາອື່ນໆ.

ກອງປະຊຸມກອງປະຊຸມເຜີ່ຍແຜ່ກົດໝາຍ, ນິຕິກໍາພາຍໃຕ້ກົດໝາຍ ແລະ ການທົບທວນການປະເມີນຄືນຄວາມສ່ຽງລະດັບຊາດ ກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ຕິດພັນກັບຂະແໜງຊື້-ຂາຍວັດຖຸມີຄ່າ ທີ່ພາກໃຕ້ ແຂວງ ຈຳປາສັກ ໂດຍຈັດຂຶ້ນໃນວັນທີ 23 ສິງຫາ 2025.

ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ, ສໍານັກງານຂໍ້ມູນຕ້ານການຟອກເງິນ ແລະ ສະມາຄົມຜູ້ຄ້າຂາຍອັນຍະມະນີລາວ ໄດ້ຈັດກອງປະຊຸມກອງປະຊຸມເຜີ່ຍແຜ່ກົດໝາຍ, ນິຕິກໍາພາຍໃຕ້ກົດໝາຍ ແລະ ການທົບທວນການປະເມີນຄືນຄວາມສ່ຽງລະດັບຊາດ ກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ຕິດພັນກັບຂະແໜງຊື້-ຂາຍວັດຖຸມີຄ່າ ທີ່ພາກໃຕ້ ແຂວງ ຈຳປາສັກ ໂດຍຈັດຂຶ້ນໃນວັນທີ 23 ສິງຫາ 2025, ຢູ່ທີ່ຫ້ອງປະຊຸມຂອງພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ຈຳປາສັກ, ນະຄອນປາກເຊ, ແຂວງຈຳປາສັກ. ໃຫ້ກຽດເປັນປະທານໂດຍ ທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ຈຳປາສັກ, ພ້ອມດ້ວຍຜູ້ເຂົ້າຮ່ວມຈາກສະມາຄົມນັກທຸລະກິດ ແຂວງຈຳປາສັກ, ຜູ້ດຳເນີນທຸລະກິດຊື້-ຂາຍວັດຖຸມີຄ່າ ຫຼາຍກວ່າ 80 ທ່ານ. ຈຸດປະສົງຂອງກອງປະຊຸມ ເພື່ອເຜີຍແຜ່ກົດໝາຍ ແລະ ນິຕິກໍາພາຍໃຕ້ກົດໝາຍ ກ່ຽວກັບການຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ໄດ້ປັບປຸງໃໝ່ ເປັນຕົ້ນ: ກົດໝາຍວ່າດ້ວຍການຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ສະບັບປັບປຸງ) ສະບັບເລກທີ 64/ສພຊ, ລົງວັນທີ 01 ກໍລະກົດ 2024, ບັນດາຂໍ້ຕົກລົງ ແລະ ລະບຽບການຄຸ້ມຄອງວຽກງານຕ້ານ ການຟອກເງີນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຜູ້ດຳເນີນທຸລະກິດຊື້-ຂາຍ ວັດຖຸມີຄ່າ ຂອງກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ເຜີຍແຜ່ແບບຟອມເກັບກຳຂໍ້ມູນເພື່ອປະເມີນຄວາມສ່ຽງລະດັບຊາດ ດ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ຕິດພັນກັບຂະແໜງຊື້-ຂາຍວັດຖຸມີຄ່າ. ພ້ອມດຽວກັນນີ້, ຄະນະອານຸກຳມະການ ຮັບຜິດຊອບ ຄົ້້ນຄວ້າ, ເກັບກໍາຂໍ້ມູນ ແລະ ປະເມີນຄືນ ຄວາມສ່ຽງຂະ ແໜງທຸລະກິດຊື້-ຂາຍວັດຖຸມີຄ່າ ແລະ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຈຳປາສັກ ກໍ່ໄດ້ລົງຕິດຕາມ ແລະ ຊຸກຍູ້ ບັນດາຮ້ານຈຳໜ່າຍວັດຖຸມີຄ່າ ທີ່ຢູ່ນະຄອນ ປາກເຊ ໃນການຈັດຕັ້ງປະຕິບັດວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ.

ອ່ານຕໍ່ →

ກອງປະຊຸມເຜີຍແຜ່ກົດໝາຍ, ນິຕິກໍາໃຕ້ກົດໝາຍ ແລະ ການທົບທວນ ແລະ ປະເມີນຄືນຄວາມສ່ຽງລະດັບຊາດ ກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງບັນດາສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ແລະ ບັນດາສາຂາທະນາຄານທຸລະກິດ ໃນລະຫວ່າງເດືອນ ສິງຫາ - ກັນຍາ 2025.

ສໍານັກງານຂໍ້ມູນຕ້ານການຟອກເງິນ ໄດ້ຈັດກອງປະຊຸມເຜີຍແຜ່ ກົດໝາຍ, ນິຕິກໍາໃຕ້ກົດ ໝາຍ ແລະ ການທົບທວນການປະເມີນຄືນຄວາມສ່ຽງລະດັບຊາດ ກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງບັນດາສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ແລະ ບັນດາສາຂາທະນາຄານທຸລະກິດ 3 ແຂວງ ໂດຍຈັດຂຶ້ນໃນວັນທີ 20 ສິງຫາ 2025, ວັນທີ 3 ກັນຍາ 2025 ແລະ 18 ກັນຍາ 2025 ທີ່ ຢູ່ທີ່ຫ້ອງປະຊຸມສະໂມສອນ ຂອງທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຫຼວງພະບາງ, ສະໂມສອນ ຂອງທະນາຄານແຫ່ງ ສປປ ລາວ ພາກກາງ ແຂວງສະຫວັນນະເຂດ ແລະ ສະໂມສອນ ຂອງທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງອຸດົມໄຊ. ໃຫ້ກຽດເປັນປະທານໂດຍ ທ່ານ ສຸກັນ ຈັນທະວົງ ຫົວໜ້າທະນາຄານແຫ່ງ ສປປ ລາວ ພາກ ເໜືອ ແຂວງ ຫຼວງພະບາງ ແລະ ທ່ານ ນາງ ນັນທະ ພົມມະວົງສາ ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນປະທານຮ່ວມກອງປະຊຸມ. ທີ່ແຂວງຫຼວງພະບາງ, ໃຫ້ກຽດເປັນປະທານໂດຍ ທ່ານ ໂພທອງ ວົງໄຊ ຮອງຫົວໜ້າ ສາຂາທະນາຄານແຫ່ງ ສປປ ລາວ ພາກກາງ ແຂວງ ສະຫວັນນາເຂດ ແລະ ທ່ານ ນາງ ນັນທະ ພົມມະວົງສາ ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນປະທານຮ່ວມກອງປະຊຸມ. ທີ່ແຂວງ ສະຫວັນນາເຂດ,ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ແສງສຸລີ ອຸ່ນລາສີ ຮອງຫົວໜ້າສາຂາ ທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງອຸດົມໄຊ ແລະ ປະທານຮ່ວມ ໂດຍ ທ່ານ ນາງ ນັນທະ ພົມມະວົງສາ ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ ແລະ ທ່ານ ນາງ ວຽງດາລີ ສຸພານຸວົງ ຮອງຫົວໜ້າກົມຄຸ້ມຄອງສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ທີ່ແຂວງ ອຸດົມໄຊ ຊຶ່ງມີຜູ້ເຂົ້າຮ່ວມຂອງແຕ່ລະແຂວງ ຫຼາຍກວ່າ 70 ທ່ານ. ຈຸດປະສົງຂອງກອງປະຊຸມ ເພື່ອເຜີຍແຜ່ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ກ່ຽວກັບການຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ໄດ້ປັບປຸງໃໝ່ ເປັນຕົ້ນ: ກົດໝາຍວ່າດ້ວຍການຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ສະບັບປັບປຸງ) ສະບັບເລກທີ 64/ສພຊ, ລົງວັນທີ 01 ກໍລະກົດ 2024 ແລະ ຂໍ້ຕົກລົງວ່າດ້ວຍ ມາດຕະການ ການເອົາໃຈໃສ່ລູກຄ້າ ສຳລັບຫົວໜ່ວຍທີ່ມີໜ້າທີ່ລາຍງານ ສະບັບເລກທີ 11 ລົງວັນທີ 29 ພຶດສະພາ 2025 (ສະບັບປັບປຸງ) ແລະ ເຜີຍແຜ່ແບບຟອມເກັບກຳຂໍ້ມູນ ເພື່ອປະເມີນຄວາມສ່ຽງລະດັບຊາດ ດ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການເຂົ້າເຖິງການບໍລິການທາງດ້ານການເງິນ ຂອງບັນດາສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ແລະ ບັນດາສາຂາທະນາຄານທຸລະກິດ. ທັງນີ້, ກໍ່ເພື່ອ ສ້າງຄວາມສາມາດ ແລະ ສ້າງຄວາມເຂົ້າໃຈ ຕໍ່ສິດ ແລະ ພັນທະ ຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ໃນຂັ້ນທ້ອງຖິ່ນ ໃຫ້ມີຄວາມເຂົ້າໃຈເລີກເຊິ່ງກ່ຽວກັບວຽກງານ ຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ພ້ອມທັງເປັນການປະກອບຂໍ້ມູນໃສ່ແບບຟອມເກັບກຳຂໍ້ມູນ ປະເມີນຄວາມສ່ຽງລະດັບຊາດ ດ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃຫ້ມີເນື້ອໃນຄົບຖ້ວນ ແລະ ສອດຄ່ອງຕາມຄວາມເປັນຈິງ, ເພື່ອແນໃສ່ແກ້ໄຂຂໍ້ຄົງຄ້າງດ້ານວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ຢູ່ໃນບັນຊີຕິດຕາມ (ບັນຊີສີເທົາ) ແລະ ຮັບປະກັນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ໄດ້ຮັບປະສິດທິຜົນຍິ່ງຂຶ້ນເທື່ອລະກ້າວ.

ອ່ານຕໍ່ →

ກອງປະຊຸມວິຊາການ ວ່າດວ້ຍ ການສືບສວນ-ສອບສວນທາງດ້ານການເງິນຄູ່ຂະໜານ ກັບການຄ້າມະນຸດ ແລະ ການລັກລອບເຄື່ອນຍ້າຍແຮງງານຂ້າມແດນ.

ໃນລະຫວ່າງວັນທີ 09-11 ກັນຍາ 2025 ທີ່ຜ່ານມາ ອົງການ UNODC ຮ່ວມກັບ ສໍານັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມສໍາມະນາໃນຫົວຂໍ້: ກອງປະຊຸມວິຊາການ ວ່າດວ້ຍ ການສືບສວນ-ສອບສວນທາງດ້ານການເງິນຄູ່ຂະໜານ ກັບການຄ້າມະນຸດ ແລະ ການລັກລອບເຄື່ອນຍ້າຍແຮງງານຂ້າມແດນ. ກອງປະຊຸມແມ່ນຈະດໍາເນີນໄປເປັນເວລາ 03 ວັນ, ຢູ່ທີ່ໂຮງແຮມ ເສດຖາປຣາລາ. ໂດຍການເປັນປະທານຮ່ວມ ຂອງທ່ານ ນາງ ວິນຄໍາ ລຸນທອນ ວ່າການຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ, ທ່ານ ນາງ ມີແຊວ ເອົ້າລໍ, ທ່ານອຸປະທູດສະຫະລັດອາເມລີກາ ປະຈຳ ສປປ ລາວ ແລະ ທ່ານ ຊອງໂຮ ຮວ່າງ, ຫົວໜ້າຫ້ອງການ ອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ ປະຈຳ ສປປ ລາວ. ມີ ຕາງໜ້າເຂົ້າຮ່ວມການສຳມະນາຄັ້ງນີ້ລວມມີ: ອົງການໄປຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ອົງການກວດສອບແຫ່ງລັດ, ກະຊວງການເງິນ, ກະຊວງການຕ່າງປະເທດ ແລະ ສໍານັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອສ້າງຄວາມອາດສາມາດໃຫ້ກັບເຈົ້າໜ້າທີ່ສືບສວນ-ສອບສວນ ສະໜອງຄວາມຮູ້ ແລະ ທັກສະທີ່ຈຳເປັນ ເພື່ອໃຫ້ເຈົ້າໜ້າທີ່ສາມາດລະບຸ, ເກັບກຳ ແລະ ປະເມີນຂໍ້ມູນທາງດ້ານການເງິນໄດ້ຢ່າງມີປະສິດທິຜົນ ເພື່ອສະໜັບສະໜູນການສືບສວນການຄ້າມະນຸດ ແລະ ການສືບສວນທາງດ້ານການເງິນແບບຄູ່ຂະ ໜານກັນ’’. ກອງປະຊຸມ ໄດ້ມີການແລກປ່ຽນບົດຮຽນລະຫວ່າງເຈົ້າໜ້າທີ່ ແລະ ຄູຝຶກຢ່າງມີບັນຍາກາດຟົດຟື້ນ ແລະ ໄດ້ປິດລົງໃນວັນທີ 11 ກັນຍາ 2025 ໃນເວລາ 16:00 ໂມງ.

ອ່ານຕໍ່ →

ກອງປະຊຸມເຜີຍແຜ່ ບົດລາຍງານຜົນການປະເມີນຄວາມສ່ຽງແຫ່ງຊາດຂະແໜງການອະສັງຫາລິມະຊັບ ກ່ຽວກັບວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ນະຄອນຫຼວງວຽງຈັນ ວັນທີ 22 ພຶດສະພາ 2025

ສໍານັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ ແລະ ກົມທີ່ດິນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກໍ່ຄືຄະນະຮັບຜິດຊອບ ຂະແໜງການອະສັງຫາລິມະຊັບ ໄດ້ຮ່ວມກັນຈັດກອງປະຊຸມເຜີຍແຜ່ຜົນຂອງບົດລາຍງານຜົນການປະເມີນຄວາມສ່ຽງແຫ່ງຊາດ ຊຶ່ງຈັດຂື້ນທີ່ນະຄອນຫຼວງວຽງຈັນ ໃນຄັ້ງວັນທີ 22 ພຶດສະພາ 2025 ທີ່ສະໂມສອນໃຫ່ຍສະຖາບັນການທະນາຄານ ໂດຍປະກອບມີຕາງໜ້າຈາກພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມນະຄອນຫຼວງວຽງຈັນ ແລະ ບັນດາບໍລິສັດອະສັງຫາລິມະຊັບ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມເຜີຍແຜ່ໃນຄັ້ງນີ້ ເພື່ອໃຫ້ບັນດາພາກສ່ວນກ່ຽວຂ້ອງຮັບຮູ້ຜົນຂອງບົດລາຍງານຜົນການປະເມີນຄວາມສ່ຽງແຫ່ງຊາດ ຂະແໜງການອະສັງຫາລິມະຊັບ ກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ທັງນີ້ ກໍ່ເພື່ອ ສ້າງຂີດຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແລະ ບັນດາບໍລິສັດອະສັງຫາລິມະຊັບ ໃຫ້ມີຄວາມເຂົ້າໃຈເລີກເຊິ່ງກ່ຽວກັບວຽກງານ ຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ແນໃສ່ແກ້ໄຂຂໍ້ຄົງຄ້າງດ້ານວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ຢູ່ໃນບັນຊີຕິດຕາມ (ບັນຊີສີເທົາ) ແລະ ຮັບປະກັນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ໄດ້ຮັບປະສິດທິຜົນຍິ່ງຂຶ້ນເທື່ອລະກ້າວ ກອງປະຊຸມຈະດໍາເນີນໄປເປັນເວລາ ເຄິງວັນ.

ອ່ານຕໍ່ →

ສປປ ລາວ ຍົກລະດັບຄວາມສາມາດວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຜ່ານການຝຶກອົບຮົມການຂຽນບົດວິເຄາະຍຸດທະສາດ ໂດຍການຊ່ວຍເຫຼືອຈາກລັດຖະບານອົດສະຕຣາລີ

ຫຼັກສູດຝືກອົບຮົມໃນຄັ້ງນີ້ ມີເປົ້າໝາຍໃນການເສີມສ້າງຄວາມສາມາດຂອງຜູ້ເຂົ້າຮ່ວມໃນການກຳນົດບັນຫາຍຸດທະສາດ, ການປະເມີນ ແລະ ຄາດຄະເນຄວາມສ່ຽງ, ການຊອກຫາແຫຼ່ງຂໍ້ມູນ ແລະ ການນຳໃຊ້ຂໍ້ມູນທາງການເງິນ ເພື່ອປະກອບເຂົ້າໃນການຂຽນບົດວິເຄາະໃຫ້ມີປະສິດທິພາບ ສາມາດປະກອບສ່ວນສ້າງຄວາມເຂັ້ມແຂງຮອບດ້ານໃຫ້ແກ່ວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃຫ້ເປັນໜຶ່ງໃນເຄື່ອງມືຂອງລັດໃນການຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແບບຍືນຍົງ.

ອ່ານຕໍ່ →

ຄົ້ນຄ້ວາປັບປຸງກົດໝາຍ ໄດ້ເຂົ້າຜ່ານຮ່າງກົດໝາຍ ວ່າດ້ວຍການຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ສະບັບປັບປຸງ) ທີ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX.

ໃນວັນທີ 27 ມິຖຸນາ 2024, ເວລາ 14:00 ໂມງ. ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ພ້ອມທັງຄະນະຄົ້ນຄ້ວາປັບປຸງກົດໝາຍ ໄດ້ເຂົ້າຜ່ານຮ່າງກົດໝາຍ ວ່າດ້ວຍການຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ສະບັບປັບປຸງ) ທີ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX. ຈຸດປະສົງ ໃນການປັບປຸງຄັ້ງນີ້ ກໍ່ເພື່ອໃຫ້ກົດໝາຍດັ່ງກ່າວມີຄວາມຮັດກຸມຂື້ນກວ່າເກົ່າ ເປັນຕົ້ນ ການກະທໍາຜິດຕົ້ນ, ການຟອກເງິນ ແລະ ການກະທໍາທີເປັນການກໍ່ການຮ້າຍ. ພ້ອມທັງ, ໄດ້ກໍານົດຫຼັກການໃນການຄຸ້ມຄອງວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ທີ່ຍັງບໍ່ກວມເອົາມາດຖານສາກົນ ເຊັ່ນ: ການຄຸ້ມຄອງຜູ້ໃຫ້ບໍລິການຊື້-ຂາຍ ຊັບສິນເໝືອນຈິງ, ການຄຸ້ມຄອງນິຕິບຸກຄົນ, ອົງການບໍ່ຫວັງຜົນກໍາໄລ ແລະ ອື່ນໆ. ຮ່າງກົດໝາຍສະບັບນີ້ປະກອບມີ IX, 07 ໝວດ ແລະ 59 ມາດຕາ (ທຽບໃສ່ກົດໝາຍສະບັບປັດຈຸບັນມີ VII ພາກ, 07 ໝວດ ແລະ 73 ມາດຕາ) ໃນນີ້ໄດ້ເພີ່ມພາກໃໝ່ 02 ພາກ ແລະ ໄດ້ມີການປັບປຸງ 44 ມາດຕາ. ຮັກສາໄວ້ 09 ມາດຕາ ເພີ້ມໃໝ່ 07 ມາດຕາ, ຕັດອອກ 13 ມາດຕາ. ການຜ່ານຮ່ງກົດໝາຍໃນຄັ້ງນີ້ ທາງ ທຫລ ກໍ່ຄາດຫວັງຢ່າງຫຍິ່ງວ່າ ສະມາຊິກສະພາແຫ່ງຊາດ ຈະໄດ້ປະກອບຄໍາຄິດຄໍາເຫັນ ເພື່ອໃຫ້ກົດໝາຍສະບັບປັບປຸງນີ້ ໄດ້ມີມະຕິ ພິຈາລະນາຮັບຮອງ ແລະ ປະກາດໃຊ້ໃນຕໍ່ໜ້າ.

ອ່ານຕໍ່ →

ພິທີມອບ-ຮັບ ເຄື່ອງອຸປະກອນເອເລັກໂຕຣນິກ ລະຫວ່າງ ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ແລະ ພະແນກຕ້ານຢາເສບຕິດ ແລະ ປະຕິບັດກົດໝາຍ, ສະຖານທູດ ສ. ອາເມລິກາ ປະຈໍາ ສປປ ລາວ (Bureau of International Narcotics and Law Enforcement Affairs “INL”) ເພື່ອຮັບໃຊ້ເຂົ້າໃນວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT)

ໃນຕອນເຊົ້າ ວັນທີ 25 ມິຖຸນາ 2024, ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ແລະ ພະແນກຕ້ານຢາເສບຕິດ ແລະ ປະຕິບັດກົດໝາຍ, ສະຖານທູດ ສ. ອາເມລິກາ ປະຈໍາ ສປປ ລາວ (Bureau of International Narcotics and Law Enforcement Affairs “INL”) ໄດ້ຈັດພິທີມອບ-ຮັບ ເຄື່ອງອຸປະກອນເອເລັກໂຕຣນິກເພື່ອຮັບໃຊ້ເຂົ້າໃນວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ທີ່ຫ້ອງການສໍານັກງານຂໍ້ມູນຕ້ານການຟອກເງິນ ເພື່ອຮັບໃຊ້ເຂົ້າໃນວຽກງານການແກ້ໄຂຂໍ້ຄົງຄ້າງ ແລະ ວຽກງານການປະເມີນຄວາມສ່ຽງແຫ່ງຊາດ ດ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ. ເຂົ້າຮ່ວມພິທີໃນຄັ້ງນີ້ ປະກອບມີ ທ່ານ ຈິນດາໄມ ວິໄລຫົງສ໌, ວ່າການຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ ແລະ ທ່ານ Brandon Yoder, INL Deputy Assistant Secretary ພ້ອມດ້ວຍຄະນະຊ່ຽວຊານ, ຄະນະກົມ, ຄະນະພະແນກ ແລະ ວິຊາການ ຕາງໜ້າຈາກ ສຕຟງ ຈໍານວນໜື່ງ. ໃນພິທີດັ່ງກ່າວ ກໍ່ໄດ້ສະຫຼຸບສັງລວມການຊ່ວຍເຫຼືອໃນຂົງເຂດວຽກງານ AML/CFT ຈາກສະຖານທູດ ສ. ອາເມລິກາ ນັບແຕ່ປີ 2018 ເປັນຕົ້ນມາ, ຊຶ່ງການຊ່ວຍເຫຼືອແມ່ນມີຫຼາຍຮູບການ ເປັນຕົ້ນ ການສະໜັບສະໜູນງົບປະມານ (ຜ່ານໂຄງການຊ່ວຍເຫຼືອຫຼ້າທາງດ້ານວິຊາການ ຂອງອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ (UNODC) ໃນການຈັດຝຶກອົບຮົມ ແລະ ເຜີຍແຜ່ນິຕິກໍາ ເພື່ອການສ້າງຄວາມອາດສາມາດໃຫ້ແກ່ເຈົ້າໜ້າທີ່ດໍາເນີນຄະດີກ່ຽວຂ້ອງ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ, ການສະໜັບສະໜູນງົບປະມານຈໍານວນໜຶ່ງເຂົ້າໃນການສ້າງຜູ້ປະເມີນຮອບດ້ານ (Assessor) ຂອງ ສປປ ລາວ, ການເຂົ້າຮ່ວມກອງປະຊຸມ, ຝຶກອົບຮົມ ທັງພາຍໃນ ແລະ ຕ່າງປະເທດ. ນອກຈາກນີ້, ກໍ່ໄດ້ຮັບການຊ່ວຍເຫຼືອໃນຂົງເຂດວຽກງານການຄຸ້ມຄອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ໂດຍຜ່ານສະມາຄົມສະພາທະນາຍຄວາມອາເມລິກາ (the American Bar Association Rule of Law Initiative “ABA ROLI”).

ອ່ານຕໍ່ →

ການຂະຫຍາຍການຮ່ວມມືໃນການສ້າງຂີດຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຂອງ ສປປ ລາວ ໃນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ແລກປ່ຽນປະສົບການ ລະຫວ່າງເຈົ້າໜ້າທີ່ກ່ຽວຂ້ອງ ຂອງ ສປປ ລາວ ທັງຂັ້ນສູນກາງ, ທ້ອງຖິ່ນ ແລະ ຣາຊະອານາຈັກໄທ.

ໃນວັນທີ 12-13 ມິຖຸນາ 2024, ສໍານັກງານຂໍ້ມູນຕ້ານການຟອກເງິນ ໄດ້ເຂົ້າຮ່ວມແລກປ່ຽນບົດຮຽນການຈັດຕັ້ງປະຕິບັດວຽກງານ AML/CFT ໃນກອງປະຊຸມສໍາມະນາ ກ່ຽວກັບການຈັດຕັ້ງປະຕິບັດພັນທະສາກົນ ໃນວຽກງານການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ໂຮງແຮມ ເມື່ອງແທັງ, ນະຄອນຫຼວງວຽງຈັນ. ຮ່ວມຈັດໂດຍ ກະຊວງການຕ່າງປະເທດ, ສະຖານທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ແລະ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA). ໂດຍມີຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ເຂົ້າຮ່ວມແລກປ່ຽນຂໍ້ມູນ ແລະ ຖອດຖອນບົດຮຽນຮ່ວມກັບບັນດານັກວິທະຍາກອນລາວທີ່ມາຈາກ ກະຊວງການຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງພາຍໃນ, ອົງການໄອຍະການປະຊາຊົນສູງສຸດ, ສຳນັກງານຂໍ້ມູນຕ້ານການຟອກເງິນ ແລະ ຊ່ຽວຊານຕ່າງປະເທດທີ່ມາຈາກ ສຳນັກງານປົກປ້ອງ ແລະ ປາບປາມການຟອກເງິນ, ອົງການໄອຍະການສູງສຸດ, ສຳນັກງານຕຳຫຼວດ ແຫ່ງ ຣາຊະອານາຈັກໄທ; ແລະ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ ທັງໝົດຫຼາຍກວ່າ 100 ທ່ານ.

ອ່ານຕໍ່ →

ກອງປະຊຸມການປະເມີນຄວາມສ່ຽງລະດັບຊາດດ້ານການຟອກເງິນ ຂອງ ສປປ ລາວ ຕິດພັນກັບໄພຂົ່ມຂູ່ ຫຼື ການກະທຳຜິດທາງອາຍາ ທີ່ມີຄວາມສ່ຽງຕໍ່ການຟອກເງິນ ທີ່ແຂວງຫຼວງນ້ຳທາ ໃນວັນທີ 20-21 ມີນາ 2024

ການປະເມີນໃນຄັ້ງນີ້ແມ່ນເພື່ອແກ້ໄຂຂໍ້ຄົງຄ້າງ ຕາມບົດປະເມີນຜົນຂອງ ສປປ ລາວ ຄັ້ງທີ II (Lao PDR Mutual Evaluation Report 2023 “MER”) ທີ່ຖືກຮັບຮອງໃນເດືອນ ຕຸລາ 2023 ແລະ ຜົນການປະເມີນຊີ້ໃຫ້ເຫັນວ່າ ບໍ່ສາມາດປະຕິບັດຕາມມາດຖານຂອງອົງການຕ້ານການຟອກເງິນສາກົນ ຈຶ່ງເຮັດໃຫ້ ສປປ ລາວ ຕົກຢູ່ໃນບັນຊີຕິດຕາມແບບໃກ້ສິດ ແລະ ເຂັ້ມງວດ (Enhance Expedited Follow-up Report) ຂອງກຸ່ມອາຊີປາຊິຟິກ ເພື່ອຕ້ານການຟອກເງິນ (Asia Pacific on Anti-Money Laundering “APG”) ຈຶ່ງຕ້ອງໄດ້ແກ້ໄຂຂໍ້ຄົງຄ້າງທີ່ເປັນວຽກບຸລິມະສິດພາຍໃຕ້ບົດປະເມີນດັ່ງກ່າວ ໃນຊ່ວງໄລຍະເວລາ 01 ປີ (10/2023 – 10/2024). ກອງປະຊຸມຂອງໄດ້ເນັ້ນໃສ່ເນື້ອໃນການຕອບແບບສອບຖາມ 02 ສະບັບ 1) ແບບສອບຖາມສະເພາະການກະທໍາຜິດຕົ້ນ ຫຼື ການກະທຳຜິດທາງອາຍາ ທີ່ມີຂໍ້ຫາການຟອກເງິນ ແລະ 2) ແບບສອບຖາມສະເພາະຄະດີການກະທໍາຜິດຕົ້ນ ຫຼື ການກະທຳຜິດທາງອາຍາ ຂໍ້ມູນໄລຍະ 05 ປີ ຍ້ອນຫຼັງ 2018 ຫາ 2022 ຊຶ່ງຂໍ້ມູນຕ່າງໆ ຈະເປັນພື້ນຖານໃນການວິເຄາະລະດັບຄວາມສ່ຽງຂອງບັນດາພຶດຕິກໍາຂອງການກະທໍາຜິດຕົ້ນ ຫຼື ການກະທຳຜິດທາງອາຍາ ທີ່ຕິດພັນກັບແຕ່ລະພາກສ່ວນ ໃນຂອບເຂດທົ່ວປະເທດ ເພື່ອໃຫ້ສາມາດກຳນົດໄດ້ຄວາມປ່ຽນແປງຄວາມຜິດຕົ້ນທີ່ເປັນບູລິມະສິດລະດັບຄວາມສ່ຽງ ຕໍ່າ, ກາງ ຫຼື ສູງ.

ອ່ານຕໍ່ →

ກອງປະຊຸມການປະເມີນຄວາມສ່ຽງລະດັບຊາດດ້ານການຟອກເງິນ ຂອງ ສປປ ລາວ ຕິດພັນກັບໄພຂົ່ມຂູ່ ຫຼື ການກະທຳຜິດທາງອາຍາ ທີ່ມີຄວາມສ່ຽງຕໍ່ການຟອກເງິນ ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໃນວັນທີ 18-19 ມີນາ 2024

ການປະເມີນໃນຄັ້ງນີ້ແມ່ນເພື່ອແກ້ໄຂຂໍ້ຄົງຄ້າງ ຕາມບົດປະເມີນຜົນຂອງ ສປປ ລາວ ຄັ້ງທີ II (Lao PDR Mutual Evaluation Report 2023 “MER”) ທີ່ຖືກຮັບຮອງໃນເດືອນ ຕຸລາ 2023 ແລະ ຜົນການປະເມີນຊີ້ໃຫ້ເຫັນວ່າ ບໍ່ສາມາດປະຕິບັດຕາມມາດຖານຂອງອົງການຕ້ານການຟອກເງິນສາກົນ ຈຶ່ງເຮັດໃຫ້ ສປປ ລາວ ຕົກຢູ່ໃນບັນຊີຕິດຕາມແບບໃກ້ສິດ ແລະ ເຂັ້ມງວດ (Enhance Expedited Follow-up Report) ຂອງກຸ່ມອາຊີປາຊິຟິກ ເພື່ອຕ້ານການຟອກເງິນ (Asia Pacific on Anti-Money Laundering “APG”) ຈຶ່ງຕ້ອງໄດ້ແກ້ໄຂຂໍ້ຄົງຄ້າງທີ່ເປັນວຽກບຸລິມະສິດພາຍໃຕ້ບົດປະເມີນດັ່ງກ່າວ ໃນຊ່ວງໄລຍະເວລາ 01 ປີ (10/2023 – 10/2024). ກອງປະຊຸມຂອງໄດ້ເນັ້ນໃສ່ເນື້ອໃນການຕອບແບບສອບຖາມ 02 ສະບັບ 1) ແບບສອບຖາມສະເພາະການກະທໍາຜິດຕົ້ນ ຫຼື ການກະທຳຜິດທາງອາຍາ ທີ່ມີຂໍ້ຫາການຟອກເງິນ ແລະ 2) ແບບສອບຖາມສະເພາະຄະດີການກະທໍາຜິດຕົ້ນ ຫຼື ການກະທຳຜິດທາງອາຍາ ຂໍ້ມູນໄລຍະ 05 ປີ ຍ້ອນຫຼັງ 2018 ຫາ 2022 ຊຶ່ງຂໍ້ມູນຕ່າງໆ ຈະເປັນພື້ນຖານໃນການວິເຄາະລະດັບຄວາມສ່ຽງຂອງບັນດາພຶດຕິກໍາຂອງການກະທໍາຜິດຕົ້ນ ຫຼື ການກະທຳຜິດທາງອາຍາ ທີ່ຕິດພັນກັບແຕ່ລະພາກສ່ວນ ໃນຂອບເຂດທົ່ວປະເທດ ເພື່ອໃຫ້ສາມາດກຳນົດໄດ້ຄວາມປ່ຽນແປງຄວາມຜິດຕົ້ນທີ່ເປັນບູລິມະສິດລະດັບຄວາມສ່ຽງ ຕໍ່າ, ກາງ ຫຼື ສູງ.

ອ່ານຕໍ່ →

ເຜີຍແຜ່ວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ໃຫ້ແກ່ບັນດາຄູ-ອາຈານ ທີ່ເປັນເປົ້າໝາຍນັກວິທະຍາກອນ ທີ່ຫ້ອງປະຊຸມ ສທຄ

ໃນວັນທີ 16 ກຸມພາ 2024, ຄະນະຮັບຜິດຊອບ ຈາກສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ແລະ ສະຖາບັນການທະນາຄານ (ສທຄ) ໄດ້ຈັດສໍາມະນາ ເຜີຍແຜ່ວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ໃຫ້ແກ່ບັນດາຄູ-ອາຈານ ທີ່ເປັນເປົ້າໝາຍນັກວິທະຍາກອນ ທີ່ຫ້ອງປະຊຸມ ສທຄ. ເຊິ່ງໄດ້ຮັບກຽດເປັນປະທານ ແລະ ກ່າວເປີດພິທີໂດຍ ທ່ານ ປອ. ສົມປະສົງ ພົມມະສານ, ຮອງຜູ້ອໍານວຍການສະຖາບັນການທະນາຄານ, ຮ່ວມບັນຍາຍ ວຽກງານດັ່ງກ່າວໂດຍ ທ່ານ ຈິນດາໄມ ວິໄລຫົງສ໌, ວ່າການຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ ແລະ ທ່ານ ນາພູຄໍາ ຄໍາພູແສງ, ຮອງຫົວໜ້າພະແນກນິຕິກໍາ ແລະ ຮ່ວມມືສາກົນ, ຊຶ່ງມີຜູ້ເຂົ້າຮ່ວມທີ່ເປັນຄູອາຈານ ສທຄ ແລະ ພະນັກງານຈາກ ສຕຟງ ທັງໝົດ ຈໍານວນ 15 ທ່ານ. ຈຸດປະສົງຂອງການຈັດສໍາມະນາເຜີຍແຜ່ດັ່ງກ່າວ ແມ່ນເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບວຽກງານ AML/CFT ໃຫ້ບັນດາຄູອາຈານ ສທຄ ທີ່ເປັນເປົ້າໝາຍນັກວິທະຍາກອນ ໃຫ້ມີຄວາມຮັບຮູ້ເຂົ້າໃຈຫຼາຍຂຶ້ນ ເພື່ອຈະໄດ້ນໍາເອົາໄປຜັນຂະຫຍາຍເຂົ້າໃນການສິດສອນໃນຫຼັກສູດການຮຽນການສອນ ກ່ຽວກັບວຽກງານ AML/CFT ທີ່ຈະມີຂຶ້ນໃນໄລຍະອັນໃກ້ນີ້, ພ້ອມທັງເປັນການຜັນຂະຫຍາຍການຮ່ວມມືລະຫວ່າງສອງຝ່າຍ ໃຫ້ສໍາເລັດຜົນຄາດໝາຍທີ່ໄດ້ວາງໄວ້

ອ່ານຕໍ່ →

ພິທີມອບ-ຮັບ ເຄື່ອງອຸປະກອນເພື່ອຮັບໃຊ້ເຂົ້າໃນວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT)

ໃນຕອນບ່າຍ ວັນທີ 09 ກຸມພາ 2024, ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ແລະ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (The Institute for Legal Support and Technical Assistance “ILSTA”) ໄດ້ຈັດພິທີມອບ-ຮັບ ເຄື່ອງອຸປະກອນເພື່ອຮັບໃຊ້ເຂົ້າໃນວຽກງານຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ທີ່ຫ້ອງການສໍານັກງານຂໍ້ມູນຕ້ານການຟອກເງິນ. ເຂົ້າຮ່ວມພິທີໃນຄັ້ງນີ້ ປະກອບມີ ທ່ານ ຈິນດາໄມ ວິໄລຫົງສ໌, ວ່າການຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ, ທ່ານ ນາງ ແພງສີ ແພງເມືອງ ຫົວໜ້າກົມຮ່ວມມືສາກົນ, ທະນາຄານແຫ່ງ ສປປ ລາວ. ທ່ານ Richard Philippart, ຜູ້ອຳນວຍການໃຫຍ່ ສະຖາບັນ ILSTA ພ້ອມດ້ວຍຄະນະຊ່ຽວຊານ ແລະ ຄະນະກົມ ແລະ ຄະນະພະແນກຕາງໜ້າຈາກ ສຕຟງ ຈໍານວນໜື່ງ. ນັບແຕ່ປີ 2015 ເປັນຕົ້ນມາ ສະຖາບັນດັ່ງກ່າວໄດ້ໃຫ້ຮັບງົບປະມານຈາກ ກະຊວງການເງິນ ປະເທດລຸກຊໍາບວກ ເພື່ອມາໃຫ້ການຊ່ວຍເຫຼືອຫຼາຍຂະແໜງການທີ່ກ່ຽວຂ້ອງຂອງ ສປປ ລາວ ໃນນັ້ນລວມມີ ຂົງເຂດວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ຊຶ່ງການຊ່ວຍເຫຼືອກໍ່ມີຫຼາກຫຼາຍຮູບການ ເປັນຕົ້ນ ການຈັດພີມປື້ມກົດໝາຍ AML/CFT, ປື້ມໂນດ, ບິກ, ແຜ່ນໂບຊົວ, ແຜ່ນໂປດສເຕີ, ເສື້ອໂປໂລ, ການຝຶກອົບຮົມ ແລະ ການສະໜັບສະໜູນງົບປະມານຈໍານວນໜຶ່ງໃນການລົງເຜີຍແຜ່ນິຕິກໍາທີ່ກ່ຽວຂ້ອງໃຫ້ແກ່ຫົວໜ່ວຍທີ່ມີໜ້າທີ່ລາຍງານ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ. ໃນຕອນບ່າຍຂອງວັນດຽວກັນ ສະຖາບັນ ILSTA ກໍ່ໄດ້ມອບອຸປະກອນເອເລັກໂຕນິກຈໍານວນໜື່ງ ໃຫ້ແກ່ ສຕຟງ ເພື່ອຮັບໃຊ້ເຂົ້າໃນວຽກງານການແກ້ໄຂຂໍ້ຄົງຄ້າງ ແລະ ວຽກງານການປະເມີນຄວາມສ່ຽງແຫ່ງຊາດ ດ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ.

ອ່ານຕໍ່ →