ສຳນັກງານຂໍ້ມູນຕ້ານການຟອກເງິນ ຮ່ວມມືກັບ ທະນາຄານກາງອິນໂດເນເຊຍ ຈັດກອງປະຊຸມແລກປ່ຽນວິຊາການ ດ້ານການ ຕິດຕາມ ແລະ ກວດກາ
ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ຮ່ວມກັບ ທະນາຄານກາງອິນໂດເນເຊຍ ໄດ້ຈັດກອງປະຊຸມແລກປ່ຽນທາງດ້ານວິຊາການ ໃນຫົວຂໍ້ “Inspection Monitoring and Supervision Techniques” ຂຶ້ນ ໃນລະຫວ່າງວັນທີ 24 – 25 ກັນຍາ 2026 ຜ່ານມາ ທີ່ຫ້ອງປະຊຸມຊັ້ນ 7 ສຕຟງ ຕຶກຕະຫຼາດຫຼັກຊັບລາວ ພາຍໃຕ້ການເປັນປະທານຂອງທ່ານ ນ. ນັນທະ ພົມມະວົງສາ, ຮອງຫົວໜ້າ ສຳນັກງານຂໍ້ມູນຕ້ານການຟອກເງີນ ການຮ່ວມມືໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການຄຸ້ມຄອງດ້ານການເງິນ-ການທະນາຄານຂອງ ສປປ ລາວ ແນໃສ່ປ້ອງກັນ ແລະ ຫຼຸດຜ່ອນຄວາມສ່ຽງຈາກອາຊະຍາກຳທາງດ້ານການເງິນ ເພື່ອສ້າງທັກສະ ແລະ ຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ບັນດາຜູ້ຄຸ້ມຄອງ ພ້ອມທັງວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການຕ້ານການແຜ່ຜາຍອາວຸດລ້າງຜານ (AML/CFT/CPF) ໃຫ້ມີຄວາມເຂັ້ມແຂງ ແລະ ສອດຄ່ອງກັບມາດຕະຖານສາກົນ, ຊື່ງຜູ້ເຂົ້າຮ່ວມທັງໝົດຈຳນວນ 40 ທ່ານ ເຊັ່ນ: ສຳນັກງານຂໍ້ມູນຕ້ານການຟອກເງິນ, ກົມຄຸ້ມຄອງລະບົບການຊຳລະ, ກົມຄຸ້ມຄອງເງິນຕາຕ່າງປະເທດ, ກົມຄຸ້ມຄອງທະນາຄານທຸລະກິດ, ກົມຄຸ້ມຄອງສະຖາບັນການເງິນທີ່ບໍ່ແມ່ນທະນາຄານ, ກົມບໍລິການທະນາຄານ, ກົມຮ່ວມມືສາກົນ ແລະ ກົມຈັດຕັ້ງ ແລະ ພະນັກງານ.