ສຳນັກງານຂໍ້ມູນຕ້ານການຟອກເງິນAnti-Money Laundering Intelligence Office
ເມນູ

ການເຄື່ອນໄຫວຂອງ ສຕຟງ

ສຳນັກງານຂໍ້ມູນຕ້ານການຟອກເງິນ ໄດ້ມີການເຄື່ອນໄຫວ ແລະ ກິດຈະກຳຕ່າງໆ ເພື່ອສ້າງຄວາມເຂັ້ມແຂງ ແລະ ພັດທະນາຄວາມຮູ້ຄວາມສາມາດ ດ້ານວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເປັນຕົ້ນແມ່ນ ການເຂົ້າຮ່ວມກອງປະຊຸມ, ການຝຶກອົມຮົບ ແລະ ສຳມະນາອື່ນໆ.

ກອງປະຊຸມເຜີຍແຜ່ ຜົນການປະເມີນຄວາມສ່ຽງແຫ່ງຊາດຄັ້ງທີ 2 ຂອງຂະແໜງການສະຖາບັນການເງີນທີ່ບໍ່ແມ່ນທະນາຄານ ແລະ ຂະແໜງການເຂົ້າເຖີງການບໍລິການທາງດ້ານການເງິນ ພ້ອມດ້ວຍບັນ ດານິຕິກຳລຸ່ມກົດໝາຍກ່ຽວກັບວຽກງານຕ້ານ ການຟອກເງິນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການແຜ່ຜາຍອາວຸດທຳລາຍລ້າງຜານ ພ້ອມທັງລົງຊຸກຍູ້ໃຫ້ແກ່ຂະແໜງການສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ໂດຍສະເພາະແມ່ນ ສະຖາບັນການເງິນທີ່ຮັບເງິນຝາກ , ສະຖາບັນການເງິນທີ່ບໍ່ຮັບເງິນຝາກ, ບໍລິສັດເຊົ່າສີນເຊື່ອ ແລະ ໂຮງຊວດຈໍາ ໃນລະຫວ່າງວັນທີ 12 ຕຸລາ 2026 ຢູ່ທີ່ ທະນາຄານແຫ່ງ ສປປ ລາວ ພາກກາງ ແຂວງ ສະຫວັນນະເຂດ ແລະ ໃນລະຫວ່າງວັນທີ 19 ຕຸລາ 2026 ຢູ່ທີ່ ທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ

ສໍານັກງານຂໍ້ມູນຕ້ານການຟອກເງິນ ໄດ້ຈັດກອງປະຊຸມເຜີຍແຜ່ ຜົນການປະເມີນຄວາມສ່ຽງແຫ່ງຊາດຄັ້ງທີ 2 ຂອງຂະແໜງການສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ແລະ ຂະແໜງການເຂົ້າເຖີງການບໍລິການທາງດ້ານການເງິນ ພ້ອມດ້ວຍບັນດານິຕິກຳລຸ່ມກົດໝາຍກ່ຽວກັບວຽກງານຕ້ານ ການຟອກເງິນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການແຜ່ຜາຍອາວຸດທຳລາຍລ້າງຜານໃນວັນທີ 12 ຕຸລາ 2026 ຢູ່ທີ່ ທະນາຄານແຫ່ງ ສປປ ລາວ ພາກກາງ ແຂວງ ສະຫວັນນະເຂດ ພາຍໃຕ້ການເປັນປະທານໂດຍ ທ່ານ ນາງ ນັນທະ ພົມມະວົງສາ ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກ ແລະ ປະທານຮ່ວມໂດຍ ທ່ານ ໂພທອງ ວົງໄຊ ຮອງຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກກາງ ແຂວງ ສະຫວັນນະເຂດ ແລະ ໃນວັນທີ 19 ຕຸລາ 2026 ຢູ່ທີ່ ທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ ພາຍໃຕ້ການເປັນປະທານໂດຍ ທ່ານ ນາງ ນັນທະ ພົມມະວົງສາ ຮອງຫົວໜ້າ ສຳນັກງານຂໍ້ມູນຕ້ານການຟອກເງິນ ແລະ ປະທານຮ່ວມໂດຍ ທ່ານ ທອງວັນ ແກ້ວພິລາ ຮອງຫົວໜ້າ ສາຂາທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງ ຊຽງຂວາງ. ຈຸດປະສົງຂອງກອງປະຊຸຸຸມ ແມ່ນເພື່ອເຜີຍແຜ່ບົດລາຍງານຜົນການປະເມີນຄວາມສ່ຽງແຫ່ງຊາດ ຄັ້ງທີ II ຂອງ ສປປ ລາວ ຂອງຂະແໜງການສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ແລະ ຂະ ແໜງການເຂົ້າເຖີງການບໍລິການທາງດ້ານການເງິນ ພ້ອມດ້ວຍບັນດານິຕິກຳລຸ່ມກົດໝາຍກ່ຽວກັບວຽກງານຕ້ານ ການຟອກເງິນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການແຜ່ຜາຍອາວຸດທຳລາຍລ້າງຜານ ທີ່ຕິດພັນກັບ ທະນາຄານທຸລະກິດ, ສະຖາບັນການເງິນຈຸລະພາກ, ບໍລິສັດເຊົ່າສີນເຊື່ອ, ໂຮງຊວດຈຳ ແລະ ສະຫະກອນສີນເຊື່ອ ແລະ ເງິນຝາກປະ ຫຍັດ ແລະ ອື່ນໆ ທີ່ກ່ຽວຂ້ອງ. ພ້ອມດຽວກັນນີ້ກໍ່ໄດ້ລົງຊຸກຍູ້ໃນການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ໃນຂັ້ນທ້ອງຖີ່ນ ໃຫ້ແກ່ບັນດາສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ແຂວງສະຫວັນນາເຂດ ຈຳນວນ 6 ແຫ່ງ ແລະ ແຂວງຊຽງຂວາງ ຈຳນວນ 7 ແຫ່ງ. ທັງນີ້ກໍ່ເພື່ອເຜີຍແຜ່ໃຫ້ບັນດາຜູ້ເຂົ້າຮ່ວມຮັບຮູ້ເຖີງໄພຂົ່ມຂູ່ ແລະ ຄວາມບອບບາງທີ່ຕິດພັນກັບຂະແໜງການຂອງຕົນ ແລະ ເປັນການສ້າງຂີດຄວາມສາມາດໃຫ້ແກ່ຫົວໜ່ວຍທີ່ມີໜ້າທີ່ລາຍງານໃນຂະແໜງການເງິນ ໃນຂັ້ນທ້ອງຖິ່ນ ໃຫ້ມີຄວາມເຂົ້າໃຈເລີກເຊິ່ງກ່ຽວກັບວຽກງານ AML/CFT/CPF ໃຫ້ຈັດຕັ້ງປະຕິບັດພັນທະຂອງຕົນ ແລະ ເພື່ອເປັນການຊຸກຍູ້ໃຫ້ຂະແໜງການດັ່ງກ່າວສາມາດຈັດຕັ້ງປະຕິບັດຕໍ່ກັບສິດ ແລະ ພັນທະກ່ຽວກັບວຽກງານຕ້ານ AML/CFT/CPF ແລະ ເພື່ອເປັນການແກ້ໄຂຂໍ້ຄົງຄ້າງທີ່ ສປປ ລາວ ຢູ່ໃນບັນຊີຕິດຕາມ (ບັນຊີສີເທົາ) ແລະ ຮັບປະກັນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ໄດ້ຮັບປະສິດທິຜົນຍິ່ງຂຶ້ນເທື່ອລະກ້າວ.

ອ່ານຕໍ່ →

ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ), ຮ່ວມກັບ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA) ໄດ້ຈັດກອງປະຊຸມປຶກສາຫາລືທາງດ້ານວິຊາການຮ່ວມກັນ.

ໃນລະຫວ່າງວັນທີ 12–16 ຕຸລາ 2026, ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ), ຮ່ວມກັບ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ (ILSTA) ໄດ້ຈັດກອງປະຊຸມປຶກສາຫາລືທາງດ້ານວິຊາການຮ່ວມກັນ. ຈຸດປະສົງ ເພື່ອປຶກສາຫາລືການຊ່ວຍເຫຼືອທາງດ້ານວິຊາການ ແລະ ໃຫ້ຄໍາແນະນໍາໃນການແກ້ໄຂຂໍ້ຄົງຄ້າງວຽກງານຕ້ານການຟອກເງິນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການແຜ່ຜາຍອາວຸດທໍາລາຍລ້າງຜານ (AML/CFT/ CPF) ຂອງ ສປປ ລາວ. ນອກຈາກນີ້, ຍັງມີບັນດາພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ ເປັນຕົ້ນແມ່ນ ກະຊວງປ້ອງກັນຄວາມສະຫງົບ, ກະຊວງການເງິນ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ກະຊວງຍຸຕິທໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ອົງການກວດກາແຫ່ງລັດ, ອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ. ພ້ອມດຽວກັນນີ້, ກໍໄດ້ເຂົ້າພົບ ທ່ານ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ (ຜູ້ຊີ້ນໍາ), ເພື່ອລາຍງານຄວາມຄືບໜ້າ ແລະ ວາງແຜນການດໍາເນີນງານໃນຕໍ່ໜ້າຢ່າງຊັດເຈນ. ກອງປະຊຸມຄັ້ງນີ້ໄດ້ເລັ່ງໃສ່ການແກ້ໄຂຂໍ້ຄົງຄ້າງ ຂອງ ສປປ ລາວ ໃນຊ່ວງໄລຍະຢູ່ໃນບັນຊີເທົ່າ, ເພື່ອໃຫ້ສອດ ຄ່ອງຕາມຄໍາແນະນໍາທາງດ້ານວິຊາການ (Technical Compliance - TC) ແລະ ບົດລາຍງານຄວາມຄືບໜ້າຂອງການ ຈັດຕັ້ງປະຕິບັດມາດຕະຖານສາກົນ. ລວມເຖິງບັນດາປະສິດທິຜົນ (Immediate Outcomes - IOs) ທີ່ເລັ່ງດ່ວນ ເຊັ່ນ: IO-1, IO-3, IO-4, IO-6, IO-7, IO-8, IO-10 ແລະ IO-11. ພ້ອມກັນນັ້ນ, ຍັງໄດ້ຮ່ວມກັນທົບທວນດ້ານກົດໝາຍໃນການຮ່າງດໍາລັດ ການ ຍຶດ, ອາຍັດ ແລະ ຮິບ ທຶນ ຫຼື ຊັບສິນ ທີ່ພົວພັນກັບການກະທໍາຜິດຕົ້ນ, ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍແລະ ຮ່າງຍຸດທະສາດກ່ຽວກັບການຕິດຕາມ, ນໍາຮອຍ ແລະ ກູ້ຄືນຊັບສິນ ເພື່ອໃຫ້ສອດຄ່ອງຕາມມາດຕະຖານສາກົນ. ຜົນຂອງກອງປະຊຸມຄັ້ງນີ້, ທັງສອງຝ່າຍສາມາດກໍານົດຈຸດສຸມ ແລະ ແຜນການດໍາເນີນງານຢ່າງເປັນຮູບປະທໍາ ເພື່ອນໍາລາຍງານຄວາມຄືບໜ້າໃນການແກ້ໄຂຂໍ້ຄົງຄ້າງຕໍ່ສາກົນໃນຮອບວຽນຕໍ່ໄປ. ພ້ອມດຽວກັນ, ຍັງໄດ້ຮັບການປະ ກອບຄໍາເຫັນຕໍ່ເນື້ອໃນຂອງຮ່າງດໍາລັດ ການ ຍຶດ, ອາຍັດ ແລະ ຮິບ ທຶນ ຫຼື ຊັບສິນ ທີ່ພົວພັນກັບການກະທໍາຜິດຕົ້ນ, ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ຮ່າງຍຸດທະສາດກ່ຽວກັບການຕິດຕາມ, ນໍາຮອຍ ແລະ ກູ້ຄືນຊັບສິນ ເພື່ອເພີ່ມປະສິດທິພາບຂອງລະບົບ AML/CFT/CPF ຂອງ ສປປ ລາວ ໃຫ້ເຂັ້ມແຂງ ແລະ ໄດ້ມາດຕະຖານສາກົນຢ່າງແທ້ຈິງ.

ອ່ານຕໍ່ →

ກອງປະຊຸມຝຶກອົບຮົມເຜີຍແຜ່ກ່ຽວກັບຄູ່ມືການດຳເນີນຄະດີອາຍາຄຽງຄູ່ກັບການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຕຟງ ແລະ ຕສຮ)

ໃນລະຫວ່າງວັນທີ 30 ກັນຍາ ຫາ 02 ຕຸລາ ປີ 2026 ຄະນະອານຸກໍາມະການດໍາເນີນຄະດີ ຊື່ງຕາງໜ້າຈາກຄະນະກຳມະການແຫ່ງຊາດວ່າດ້ວຍການຕ້ານຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍທີ່ປະກອບຈາກ ກະຊວງປ້ອງກັນຄວາມສະຫງົບ, ອົງການກວດກາແຫ່ງລັດ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ກະຊວງການເງິນ, ອົງການໄອຍະການປະຊາຊົນ, ສານປະຊາຊົນ ແລະ ສຳນັກງານຂໍ້ມູນຕ້ານການຟອກເງິນ ຈາກຂັ້ນສູນກາງມາເຜີຍແຜ່, ສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ຄວາມເປັນເອກະພາບ ໃນລວງເລິກຕໍ່ກົນໄກຕ່າງໆທີ່ກ່ຽວຂ້ອງ ເປັນຕົ້ນ ພັນທະ ທີ່ຕ້ອງຈັດຕັ້ງປະຕິບັດ ຕາມທີ່ໄດ້ກໍານົດໄວ້ໃນນິຕິກຳ ທີ່ກ່ຽວຂ້ອງກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຕຟງ ແລະ ຕສຮ) ໃຫ້ກັບເຈົ້າໜ້າທີ່ດໍາເນີນຄະດີ, ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ຄຳແສງ ອາລີ, ຮອງປະທານຄະນະກຳມະການປົກຄອງແຂວງ. ຊຶ່ງມີຜູ້ເຂົ້າຮ່ວມປະກອບຈາກຂັ້ນສູນກາງຈໍານວນ 23 ທ່ານ ແລະ ຜູ້ເຂົ້າຮ່ວມຈາກບັນດາອົງການຈັດຕັ້ງລັດທີ່ກ່ຽວຂ້ອງໃນທ້ອງຖີ່ນມີ: ເຈົ້າໜ້າທີ່ຕຳຫຼວດ, ເຈົ້າໜ້າທີ່ກວດກາແຫ່ງລັດ, ເຈົ້າໜ້າທີ່ປ່າໄມ້, ເຈົ້າໜ້າທີ່ພາສີ, ອາກອນ, ໄອຍາການ, ສານ ແລະ ບັນດາພະແນກການອື່ນໆ ທີ່ຢູ່ແຂວງອຸດົມໄຊ ແລະ ແຂວງອອ້ມຂ້າງ 05 ແຂວງມີ: ຫຼວງພະບາງ, ໄຊຍະບູລີ, ຜົ້ງສາລີ, ບໍ່ແກ້ວ ແລະ ຫຼວງນໍ້າທາ ລວມທັງໝົດ 145 ທ່ານ. ກອງປະຊຸມ ຄັ້ງນີ້ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ສຳລັບເຈົ້າໜ້າທີ່ໃນການດຳເນີນຄະດີອາຍາຂັ້ນຕົ້ນທີ່ຕິດພັນກັບການຟອກເງິນ. ທັງນີ້ ກໍເພື່ອເຮັດໃຫ້ເຈົ້າໜ້າທີ່ອົງການສືບສວນ-ສອບສວນ ແຕ່ລະຂັ້ນ ແຕ່ສູນກາງຮອດທ້ອງຖິ່ນ ມີຄວາມເຂົ້າໃຈເອກະພາບກັນທາງດ້ານນິຕິກຳ, ຫຼັກການວິຊາສະເພາະ ແລະ ຂະບວນການຍຸດຕິທຳ ເພື່ອນຳໄປຈັດຕັ້ງປະຕິບັດໃນວຽກງານຕົວຈິງໃຫ້ມີຜົນສຳເລັດ ແລະ ເຂົ້າເຖິງຄວາມເລິກເຊິ່ງ. ໃນວາລະກອງປະຊຸມ, ທ່ານ ທ່ານ ຄຳແສງ ອາລີ, ຮອງປະທານຄະນະກຳມະການປົກຄອງແຂວງ ໄດ້ເນັ້ນໃຫ້ເຫັນວ່າ: ບັນຫາອາຊະຍາກຳຂ້າມຊາດ ເປັນຕົ້ນແມ່ນ ການລັກລອບຄ້າຂາຍຢາເສບຕິດ, ການຄ້າມະນຸດ, ອາຊະຍາກຳທາງສິ່ງແວດລ້ອມ, ອາຊະຍາກຳທາງຄອມພິວເຕີ ທີ່ຕິດພັນກັບການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໄດ້ກາຍເປັນບັນຫາລວມໃນພາກພື້ນ ແລະ ສາກົນ ທີ່ທຸກປະເທດຕ້ອງໄດ້ຮ່ວມມືກັນຕ້ານ ແລະ ສະກັດກັ້ນ. ສະນັ້ນ, ລັດຖະບານ ສປປ ລາວ ຈຶ່ງໄດ້ໃຫ້ຄວາມສຳຄັນ ແລະ ຍົກໃຫ້ເປັນວຽກງານບຸລິມະສິດ ໂດຍໄດ້ອອກ ແລະ ປັບປຸງນິຕິກຳ-ກົດໝາຍທີ່ກ່ຽວຂ້ອງຫຼາຍສະບັບ. ກອງປະຊຸມດັ່ງກ່າວ ຍັງໄດ້ມີການເຜີຍແຜ່ເນື້ອໃນເອກະສານຄູ່ມືດໍາເນີນຄະດີອາຍາ, ການດຳເນີນຄະດີອາຍາທີ່ຕິດພັນກັບການຟອກເງິນ, ການເກັບກຳສະຖິຕິ ພ້ອມທັງເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ສົນທະນາ ຖາມ-ຕອບ, ແລກປ່ຽນຄຳຄິດຄຳເຫັນ ພ້ອມທັງມີການລົງບົດຝືກຫັດຕົວຈິງ ເພື່ອເປັນຕົວຢ່າງໃນການນໍາໄປຈັດຕັ້ງປະຕິບັດຕົວຈິງ ເພື່ອນຳໄປປັບປຸງວຽກງານໃຫ້ມີຄວາມສົມບູນແບບຍິ່ງຂຶ້ນ.

ອ່ານຕໍ່ →

ສຳນັກງານຂໍ້ມູນຕ້ານການຟອກເງິນ ຮ່ວມມືກັບ ທະນາຄານກາງອິນໂດເນເຊຍ ຈັດກອງປະຊຸມແລກປ່ຽນວິຊາການ ດ້ານການ ຕິດຕາມ ແລະ ກວດກາ

ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ຮ່ວມກັບ ທະນາຄານກາງອິນໂດເນເຊຍ ໄດ້ຈັດກອງປະຊຸມແລກປ່ຽນທາງດ້ານວິຊາການ ໃນຫົວຂໍ້ “Inspection Monitoring and Supervision Techniques” ຂຶ້ນ ໃນລະຫວ່າງວັນທີ 24 – 25 ກັນຍາ 2026 ຜ່ານມາ ທີ່ຫ້ອງປະຊຸມຊັ້ນ 7 ສຕຟງ ຕຶກຕະຫຼາດຫຼັກຊັບລາວ ພາຍໃຕ້ການເປັນປະທານຂອງທ່ານ ນ. ນັນທະ ພົມມະວົງສາ, ຮອງຫົວໜ້າ ສຳນັກງານຂໍ້ມູນຕ້ານການຟອກເງີນ ການຮ່ວມມືໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການຄຸ້ມຄອງດ້ານການເງິນ-ການທະນາຄານຂອງ ສປປ ລາວ ແນໃສ່ປ້ອງກັນ ແລະ ຫຼຸດຜ່ອນຄວາມສ່ຽງຈາກອາຊະຍາກຳທາງດ້ານການເງິນ ເພື່ອສ້າງທັກສະ ແລະ ຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ບັນດາຜູ້ຄຸ້ມຄອງ ພ້ອມທັງວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການຕ້ານການແຜ່ຜາຍອາວຸດລ້າງຜານ (AML/CFT/CPF) ໃຫ້ມີຄວາມເຂັ້ມແຂງ ແລະ ສອດຄ່ອງກັບມາດຕະຖານສາກົນ, ຊື່ງຜູ້ເຂົ້າຮ່ວມທັງໝົດຈຳນວນ 40 ທ່ານ ເຊັ່ນ: ສຳນັກງານຂໍ້ມູນຕ້ານການຟອກເງິນ, ກົມຄຸ້ມຄອງລະບົບການຊຳລະ, ກົມຄຸ້ມຄອງເງິນຕາຕ່າງປະເທດ, ກົມຄຸ້ມຄອງທະນາຄານທຸລະກິດ, ກົມຄຸ້ມຄອງສະຖາບັນການເງິນທີ່ບໍ່ແມ່ນທະນາຄານ, ກົມບໍລິການທະນາຄານ, ກົມຮ່ວມມືສາກົນ ແລະ ກົມຈັດຕັ້ງ ແລະ ພະນັກງານ.

ອ່ານຕໍ່ →

ພີທີເຊັນບົດບັນທຶກຮ່ວມລະຫວ່າງ ຄຕຟງ ແລະ ອອປສ.

ຄະນະກໍາມະການແຫ່ງຊາດ ເພື່ອຕ້ານ ການຟອກເງິນແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ແລະ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ເຊັນບົດບັນທຶກຮ່ວມ ວ່າດ້ວຍການປະສານງານ ໃນວັນທີ 19 ສິງຫາ 2026, ທີ່ ທະນາຄານແຫ່ງ ສປປ ລາວ (ທຫລ) ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານ ຄຕຟງ, ຕາງໜ້າຄະນະໃຫ້ກຽດເຊັນບົດບັນທຶກຮ່ວມໂດຍ ທ່ານ ນາງ ບຸນຄຳ ວໍລະຈິດ, ຜູ້ວ່າການ ທຫລ, ຮອງປະທານ ຄຕຟງ (ຜູ້ປະຈໍາການ) ແລະ ທ່ານ ພົນຈັດຕະວາ ນາງ ລີວົງ ລາວລີ, ຫົວໜ້າ ອອປສ. ມີບັນດາ ຄະນະ ຄຕຟງ, ຮອງ ລມຕ, ຮອງຜູ້ວ່າການ, ຮອງປະທານ ອອປສ, ພ້ອມດ້ວຍກົມກ່ຽວຂ້ອງຂອງ ທຫລ, ອອປສ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ. ພິທີເຊັນບົດບັນທຶກຮ່ວມໃນຄັ້ງນີ້ ເພື່ອກໍານົດຫຼັກການ, ເນື້ອໃນ, ວິທີການ ແລະ ກົນໄກປະສານງານ ລະຫວ່າງ ຄຕຟງ ແລະ ອອປສ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວວຽກງານ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ລະອົງການ ໃຫ້ມີຄວາມເປັນເອກະພາບ, ຖືກຕ້ອງ, ສອດຄ່ອງ ແລະ ກົມກຽວກັນ ແນ່ໃສ່ການຜັນຂະຫຍາຍ ແລະ ປະຕິບັດຕາມ ກົດໝາຍ ວ່າດ້ວຍການຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ກົດໝາຍວ່າດ້ວຍ ອົງການໄອຍະການປະຊາຊົນ ເພື່ອໃຫ້ວຽກງານຂອງທັງສອງພາກສ່ວນ ເປັນລະບົບ, ວ່ອງໄວ, ປອດໄພ ແລະ ຮັບປະກັນ ໃຫ້ທັນສະພາບການ ເປັນບ່ອນອີງໃນການເຂົ້າເຖິງ ແລະ ການນໍາໃຊ້ຂໍ້ມູນທາງດ້ານການເງິນ, ການແລກປ່ຽນຂໍ້ມູນຂ່າວສານ ແລະ ການນໍາໃຊ້ຂໍ້ມູນ ທີ່ພົວພັນກັບ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງທັງສອງຝ່າຍ, ປະກອບສ່ວນເຮັດໃຫ້ສັງຄົມມີຄວາມໝັ້ນຄົງ, ເປັນລະບຽບຮຽບຮ້ອຍ ແລະ ເພີ່ມທະວີການຮ່ວມມື ໃນການຕ້ານ ການຟອກເງິນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃຫ້ມີປະສິດທິຜົນຍິ່ງຂື້ນ.

ອ່ານຕໍ່ →

ພິທີເຊັນ ບົດບັນທຶກຮ່ວມ MOU ລະຫ່ວາງ ສຳນັກງານຂໍ້ມູນຕ້ານການຟອກເງິນ ກັບ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ຄັ້ງວັນທີ 17 ສິງຫາ 2026 ທີ່ຫ້ອງປະຊຸມສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ຊັ້ນ VI ດອກຈໍາປາ

ໃນຕອນເຊົ້າ ຂອງວັນທີ 17 ສິງຫາ 2026 ນີ້, ທີ່ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ສໍານັກງານຂໍ້ມູນຕ້ານການຟອກເງິນ ກັບ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ກ່ຽວກັບວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ສະບັບປັບປຸງ) ໄດ້ຮັບກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ສຸລິສັກ ທໍານຸວົງ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ພ້ອມດ້ວຍຄະນະກົມ ແລະ ຄະນະພະແນກຈາກ ຫ້ອງການ, ທະນາຄານແຫ່ງ ສປປ ລາວ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ເເລະ ສຳນັກງານຂໍ້ມູນຕ້ານການຟອກເງິນ ເຂົ້າຮ່ວມທັງໝົດ 35 ກວ່າທ່ານ. ເປັນກຽດລົງນາມພິທີເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງໂດຍ: ທ່ານ ນາງ ແພງສີ ແພງເມືອງ ຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ທ່ານ ສະຫວັນດວງຈິດ ແສງເດືອນ ວ່າການແທນຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ. ຈຸດປະສົງຂອງການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນຄັ້ງນີ້ ເພື່ອປັບປຸງເນື້ອໃນການພົວພັນຮ່ວມມື ລະຫວ່າງ ສໍານັກງານຂໍ້ມູນຕ້ານການຟອກເງິນ ແລະ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ໃນການຈັດຕັ້ງປະຕິບັດວຽກງານຕ້ານ ການຟອກເງິນ, ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ແລະ ການສ່ວຍໃສ່ຊ່ອງທາງຜ່ານຕະຫຼາດຫຼັກຊັບ ຢູ່ ສປປ ລາວ ໃຫ້ມີປະສິດທິພາບຍິ່ງຂຶ້ນ ແລະ ສອດຄ່ອງ ກົດໝາຍ ວ່າດ້ວຍການຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ສະບັບປັບປຸງ) ສະບັບເລກທີ 64/ສພຊ, ລົງວັນທີ 01 ກໍລະກົດ 2024 ໂດຍການກຳນົດເນື້ອໃນກ່ຽວກັບຫຼັກການ, ວິທີການພົວພັນ, ການປະສານງານ, ການຮັກສາຄວາມລັບ ແລະ ຄວາມຮັບຜິດຊອບ ຂອງການຮ່ວມມື ຊຶ່ງກັນ ແລະ ກັນ ໃຫ້ເປັນລະບົບ, ວ່ອງໄວ, ປອດໄພ ແລະ ຮັບປະກັນ ໃຫ້ທັນສະພາບການ; ເປັນບ່ອນອີງໃນການເຂົ້າເຖິງ ແລະ ການນໍາໃຊ້ຂໍ້ມູນທາງດ້ານການເງິນ, ການແລກປ່ຽນຂໍ້ມູນຂ່າວສານ ແລະ ການນໍາໃຊ້ຂໍ້ມູນ ທີ່ພົວພັນກັບ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການຫຼົບຫຼີກອາກອນ ຂອງທັງສອງຝ່າຍ, ປະກອບສ່ວນເຮັດໃຫ້ສັງຄົມມີຄວາມໝັ້ນຄົງ, ເປັນລະບຽບຮຽບຮ້ອຍ ແລະ ເພີ່ມທະວີການຮ່ວມມື ໃນການຕ້ານ ການຟອກເງິນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການສ່ວຍໃສ່ຊ່ອງທາງຜ່ານຕະຫຼາດຫຼັກຊັບ ໃຫ້ມີປະສິດທິຜົນຍິ່ງຂື້ນ.

ອ່ານຕໍ່ →

ກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນຄັ້ງທີ II ປະຈຳປີ 2026, ໃນວັນທີ 06 ສິງຫາ 2026 ເວລາ 08:00 - 12:00 ໂມງ ທີ່ຫ້ອງປະຊຸມ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ)

ກອງປະຊຸມໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານ ຄຕຟງ ໂດຍມີຄະນະກຳມະການແຫ່ງຊາດ ຄຕຟງ, ຜູ້ແທນຈາກບັນດາກະຊວງ - ອົງການທີ່ກ່ຽວຂ້ອງ, ບັນດາອະນຸກຳມະການຊ່ວຍວຽກ (ຄະນະຍຸດທະສາດ, ຄຸ້ມຄອງຫົວໜ່ວຍທີ່ມີໜ້າທີ່ລາຍງານແລະ ດຳເນີນຄະດີອາຍາ) ແລະ ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ເຂົ້າຮ່ວມ. ກອງປະຊຸມໄດ້ສຸມໃສ່ທົບທວນການຈັດຕັ້ງປະຕິບັດມະຕິກອງປະຊຸມ ຄຕຟງ ສະໄໝສາມັນ ຄັ້ງທີ I ປະຈໍາປີ 2026 (ວັນທີ 11 ມີນາ 2026) ແລະ ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດແຜນດຳເນີນງານ (Action Plan) ຂອງ ສປປ ລາວ ໄລຍະ 2025-2027 ເພື່ອແກ້ໄຂຂໍ້ຄົງຄ້າງ ວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຕຟງ/ຕສຮ). • ຄວາມຄືບໜ້າດ້ານນິຕິກຳ ແລະ ຮ່ວມມືສາກົນ: ສປປ ລາວ ສາມາດປະຕິບັດໄດ້ຕາມມາດຕະຖານສາກົນ (40 ຂໍ້ແນະນຳ) ແລ້ວ 16 ຂໍ້ ແລະ ພວມສູ້ຊົນໃຫ້ໄດ້ 21 ຂໍ້ ເພື່ອອອກຈາກບັນຊີສີເທົາ. ພ້ອມນີ້ ຍັງໄດ້ລາຍງານຜົນກອງປະຊຸມຊ່ອງໜ້າ (Face-to-Face) ຢູ່ ສສ ຫວຽດນາມ, ກອງປະຊຸມຄົບຄະນະອົງການຕ້ານການຟອກເງິນສາກົນ (FATF) ແລະ ການລົງນາມ MOU ກັບ ປະເທດ ສ.ກິກິສສະຖານ. • ວຽກງານການຄຸ້ມຄອງ: ສຕຟງ ແລະ ຜູ້ຄຸ້ມຄອງ ໄດ້ລາຍງານການດຳເນີນການປະເມີນຄວາມສ່ຽງ (RBA) ພ້ອມທັງການລົງຕິດຕາມກວດກາຫົວໜ່ວຍທີ່ມີໜ້າທີ່ລາຍງານ ເປັນຕົ້ນແມ່ນ ທະນາຄານ, ກາຊິໂນ, ອະສັງຫາລິມະຊັບ ແລະ ວັດຖຸມີຄ່າ. • ວຽກງານການວິເຄາະຂ່າວກອງ: ໄດ້ສະຫຼຸບການດຳເນີນງານດ້ານການວິເຄາະຂ່າວກອງທາງການເງິນ ແລະ ການສົ່ງບົດຂ່າວກອງ (FIR) ໃຫ້ເຈົ້າໜ້າທີ່ສືບສວນ-ສອບສວນ ເພື່ອຊ່ວຍອໍານວຍຄວາມສະດວກໃນການສືບສວນ-ສອບສວນທາງການເງິນ ແນໃສ່ໃຫ້ການດໍາເນີນຄະດີຟອກເງິນ ໃຫ້ມີປະສິດທິຜົນສູງສຸດ ແລະ ມີສະຖິຕິຢັ້ງຢືນຢ່າງເໝາະສົມ. • ແຜນວຽກຈຸດສຸມໃນຕໍ່ໜ້າ: ກອງປະຊຸມໄດ້ເອກະພາບກັນປະກອບຄຳເຫັນໃສ່ແຜນດຳເນີນງານຈຸດສຸມ, ໂດຍສະເພາະການເລັ່ງໃສ່ແກ້ໄຂຂໍ້ຄົງຄ້າງທີ່ຍັງບໍ່ສາມາດປະຕິບັດໄດ້ ຕາມທີ່ໄດ້ກໍານົດໃນແຜນດໍາເນີນງານ ເປັນຕົ້ນ: ການສ້າງ-ປັບປຸງນິຕິກຳ, ການເພີ່ມທະວີການລາຍງານທຸລະກຳທີ່ມີຂໍ້ສົງໄສ (STR), ການຝຶກອົບຮົມເຈົ້າໜ້າທີ່ດຳເນີນຄະດີ ແລະ ການກວດກາຫົວໜ່ວຍທີ່ມີ ໜ້າທີ່ລາຍງານທັງໃນ ແລະ ນອກເຂດເສດຖະກິດພິເສດ (ໂດຍສະເພາະ ການນໍາໃຊ້ມາດຕະການທາງດ້ານບໍລິຫານຢ່າງເຂັ່ມງວດ ກໍລະນີມີການເມີດ). ກອງປະຊຸມໄດ້ບັນລຸຄວາມເປັນເອກະພາບ ໂດຍໄດ້ກຳນົດທິດທາງ ແລະ ມາດຕະການຢ່າງຈະແຈ້ງ ເພື່ອໃຫ້ບັນດາກະຊວງ ແລະ ອົງການທີ່ກ່ຽວຂ້ອງ ເພີ່ມທະວີຄວາມຮັບຜິດຊອບ, ເລັ່ງລັດຈັດຕັ້ງປະຕິບັດບັນດາໜ້າວຽກໃຫ້ມີປະສິດທິຜົນສູງສຸດ ແລະ ທັນກັບກຳນົດເວລາຂອງສາກົນ.

ອ່ານຕໍ່ →

ກອງປະຊຸມຝຶກອົບຮົມ ກ່ຽວກັບ ການສືບສວນ-ສອບສວນທາງດ້ານການເງິນ ກ່ຽວກັບ ສັດປ່າ ແລະ ອາຊະຍາກຳທາງສິ່ງແວດລ້ອມ (ໃນວັນທີ 07-09 ກໍລະກົດ 2026 ທີ່ ໂຮງແຮມ Double Tree)

ສໍານັກງານຂໍ້ມູນຕ້ານການຟອກເງິນ ຮ່ວມມືກັບ ອົງການສະຫະປາຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ (UNODC) ໄດ້ຈັດກອງປະຊຸມຝຶກອົບຮົມ ໃນຫົວຂໍ້: “ການສືບສວນ-ສອບສວນທາງດ້ານການເງິນ ກ່ຽວກັບສັດປ່າ ແລະ ອາຊະຍາກຳທາງດ້ານສິ່ງແວດລ້ອມ” ຊຶ່ງຈັດຂຶ້ນໃນລະຫວ່າງ ວັນທີ 07-09 ກໍລະກົດ 2026 ທີ່ ໂຮງແຮມ Double Tree, ນະຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ວິໄລພອນ ສິດທິໂສ, ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ ແລະ ປະທານຮ່ວມໂດຍ ທ່ານ ຊອງໂຮ ຮວາງ (Sung Ho Hwang), ຫົວຫນ້າຫ້ອງການ UNODC ປະຈຳລາວ ແລະ ທ່ານ ຈອນ ມິເຊວ ເວີແອວ (Jean Michel VERELST), ຫົວໜ້າໂຄງການ AML/CFT ປະຈຳລາວ. ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ກໍ່ແມ່ນເພື່ອສ້າງຄວາມອາດສາມາດໃຫ້ກັບເຈົ້າໜ້າທີ່ກ່ຽວກັບ ເຕັກນິກ ແລະ ວິທີການ ສືບສວນ-ສອບສວນທາງດ້ານການເງິນຂັ້ນສູງ ໃນວຽກງານສັດປ່າ, ອາຊະຍາກຳທາງດ້ານສິ່ງແວດລ້ອມ ແລະ ອາຊະຍາກຳທີ່ຕິດພັນ ໃຫ້ສາມາດນໍາໄປສູ່ ການສັ່ງຟ້ອງ ແລະ ຕັດສິນ ຄະດີຄຽງຄູ່ກັບການຟອກເງິນ ທີ່ສອດຄ່ອງ ກັບຄວາມສ່ຽງຂອງ ສປປ ລາວ. ມີຕາງໜ້າຈາກບັນດາກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມຫຼາຍກວ່າ 30 ທ່ານ. ເປັນຕົ້ນ ເຈົ້າໜ້າທີ່ສືບສວນ-ສອບສວນ ທີ່ມາຈາກ ຈາກ ກະຊວງປ້ອງກັນຄວາມສະຫງົບ, ກະຊວງການເງິນ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ອົງການກວດກາແຫ່ງລັດ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ອົງການໄອຍະການປະຊາຊົນສູງສຸດ ແລະ ສໍານັກງານຂໍ້ມູນຕ້ານການຟອກເງິນ. ກອງປະຊຸມໄດ້ຮັບຟັງການບັນຍ້າຍ ຈາກທ່ານ ຈອນ ມິເຊວ ເວີແອວ (Jean Michel VERELST), ຫົວໜ້າໂຄງການ AML/CFT ປະຈຳລາວ ແລະ ທ່ານ ນາງ ນິຊານີ ວົງບາ (NICHANEE WONGBA) ເຈົ້າໜ້າທີ່ໂຄງການຕ້ານການສໍ້ລາດບັງຫຼວງແຫ່ງຊາດ, ສູນກາງການສໍ້ລາດບັງຫຼວງ ແລະ ອາຊະຍາກຳທາງເສດຖະກິດ UNODC ແລະ ສຕຟງ ກ່ຽວກັບຫົວຂໍ້ທີ່ສຳຄັນເປັນຕົ້ນ: ກົດໝາຍສາກົນ ແລະ ກົດໝາຍພາຍໃນປະເທດ, ພາລະບົດບາດຂອງ ສຳນັກງານຂໍ້ມູນຕ້ານການຟອກເງິນ, ການແນະນຳກ່ຽວກັບການສືບສວນ-ສອບສວນ ທາງດ້ານການເງິນ, ແຫຼ່ງຂໍ້ມູນທາງດ້ານການເງິນ ແລະ ມາດຕະຖານສາກົນກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ໃນກອງປະຊຸມຝຶກອົບຮົມຜູ້ເຂົ້າຮ່ວມໄດ້ມີຄຳຄິດເຫັນແລກປ່ຽນບົດຮຽນ, ປະສົບການຂອງຕົນຢ່າງຟົດຟື້ນ ແລະ ມີບັນຍາກາດ. ໃນກອງປະຊຸມຝຶກອົບຮົມໃນຄັ້ງນີ້ ຜູ້ເຂົ້າຮ່ວມຈະຕ້ອງໄດ້ເອົາບົດຮຽນທີ່ຖອດຖອນໄດ້ ໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງ ໂດຍສະເພາະຕໍ່ ກັບເຕັກນິກ ແລະ ວິທີການ ສືບສວນ-ສອບສວນທາງດ້ານການເງິນ ເຂົ້າໃນ ການສືບສວນ-ສອບສວນ ບັນດາອາຊະຍາກຳຕ່າງໆເປັນຄວາມຜິດຕົ້ນທີ່ເປັນຄວາມສ່ຽງຂອງ ສປປ ລາວ ເພື່ອຈະນໍາໄປສູ່ ການສັ່ງຟ້ອງ ແລະ ຕັດສີນ ຄະດີການຟອກເງິນ. ຊຶ່ງກອງປະຊຸມຝຶກອົບຮົມໄດ້ດຳເນີນເປັນເວລາ 03 ວັນ ໃນຫົວຂໍ້ທີ່ມີເນື້ອໃນສຳຄັນ ແລະ ເຕັມໄປດ້ວຍຄວາມຮູ້ອັນເລິກເຊິ່ງ, ຜູ້ເຂົ້າຮ່ວມໄດ້ປະກອບສ່ວນເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ ໃນການແລກປ່ຽນຄໍາຄິດເຫັນ ແລະ ເຮັດກິດຈະກໍາຖາມ-ຕອບຢ່າງຄຶກຄື້ນ, ຈຶ່ງເຮັດໃຫ້ກອງປະຊຸມຝຶກອົບຮົມ ດໍາເນີນໄປດ້ວຍຜົນສໍາເລັດຢ່າງຈົບງາມຕາມຈຸດປະສົງ ແລະ ລະດັບຄາດ ໝາຍທີ່ໄດ້ກໍານົດໄວ້.

ອ່ານຕໍ່ →

ທ່ານ ນາງ ນັນທະ ພົມມະວົງສາ ຮອງຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມ ລະດັບພາກພື້ນ ໃນຫົວຂໍ້ “ການຕົວະຍົວະຫຼອກລວງທາງອອນລາຍ” ທີ່ຈັດຂື້ນໃນລະຫວ່າງວັນທີ 29-30 ມິຖຸນາ 2026 ທີ່ ເມືອງຈາກາຕາ, ປະເທດ ອິນໂດເນເຊຍ

ທ່ານ ນາງ ນັນທະ ພົມມະວົງສາ ຮອງຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມ ລະດັບພາກພື້ນ ໃນຫົວຂໍ້ “ການຕົວະຍົວະຫຼອກລວງທາງອອນລາຍ” ທີ່ຈັດຂື້ນໃນລະຫວ່າງວັນທີ 29-30 ມິຖຸນາ 2026 ທີ່ ເມືອງຈາກາຕາ, ປະເທດ ອິນໂດເນເຊຍ ພາຍໃຕ້ການສະໜັບສະໜູນຈາກອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາດຊະຍາກໍາ (UNODC) ຈຸດປະສົງເພື່ອເສີມຂະຫຍາຍການຮ່ວມມືລະຫວ່າງພາກພື້ນ ປ້ອງກັນ, ຕິດຕາມ-ນຳຮອຍ, ສືບສວນ-ສອບສວນ ແລະ ສະກັດກັ້ນ ການຕົວະຍົວະຫຼອກລວງທາງອອນລາຍ ແລະ ເຄືອຂ່າຍການຟອກເງິນ. ໂດຍມີຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເປັນຕົ້ນ ເຈົ້າໜ້າທີ່ຈາກອົງການດຳເນີນຄະດີອາຍາ, ສຸນຕ້ານການຫຼອກລວງອອນລາຍ, ໜ່ວຍງານຂ່າວກອງທາງດ້ານການເງິນ ແລະ ພາກສ່ວນກ່ຽວຂ້ອງ ຈາກ 12 ປະເທດໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ເຂົ້າຮ່ວມ.

ອ່ານຕໍ່ →

ກອງປະຊຸມເຜີຍແຜ່ບົດລາຍງານການປະເມີນຄວາມສ່ຽງລະດັບຊາດ ຄວາມສ່ຽງດ້ານອາຊະຍາກຳທີ່ກ່ຽວຂ້ອງກັບ ອາກອນ ແລະ ການຟອກເງິນ.

ໃນວັນທີ 24 ມິຖຸນາ 2026 ກົມສ່ວຍສາອາກອນ, ກະຊວງການເງິນ ໄດ້ຈັດກອງປະຊຸມເຜີຍແຜ່ບົດລາຍງານການປະເມີນຄວາມສ່ຽງລະດັບຊາດ ດ້ານຄວາມສ່ຽງດ້ານອາຊະຍາກຳທີ່ກ່ຽວຂ້ອງກັບ ອາກອນ ແລະ ການຟອກເງິນ ຂຶ້ນທີ່ ແຂວງອຸດົມໄຊ ໂດຍການເປັນປະທານຂອງ ທ່ານ ສຸລິວັດ ສຸວັນນະຈູມຄຳ, ຮອງລັດຖະມົນຕິກະຊວງການເງິນ, ຮອງປະທານຄະນະກໍາມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ມີ ຕາງໜ້າຈາກ ກົມສ່ວຍສາອາກອນ, ສໍານັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ ສາຂາ ພາກເໜືອ ແຂວງອຸດົມໄຊ, ສ່ວຍສາອາກອນປະຈໍາ ແຂວງ ອຸດົມໄຊ, ຜົ້ງສາລີ, ບໍ່ແກ້ວ, ຫຼວງນ້ຳທາ, ຫຼວງພະບາງ ແລະ ໄຊຍະບູລີ ເຂົ້າຮ່ວມ ລວມທັງຫມົດຫລາຍກວ່າ 90 ທ່ານ ຈຸດປະສົງກອງປະຊຸມໃນຄັ້ງນີ້ ເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ໃຫ້ເຈົ້າໜ້າທີ່ສ່ວຍສາອາກອນ ໃນການວາງມາດຕະການສະກັດກັ້ນ ການຕ້ານການຟອກເງິນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ຕິດພັນກັບຂະແໜງສ່ວຍສາອາກອນ, ພ້ອມນີ້ຈະໄດ້ຮັບຟັງກ່ຽວກັບ ກົດໝາຍວ່າດ້ວຍການຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ສະບັບປັບປຸງ), ຜົນການປະເມີນຄວາມສ່ຽງດ້ານອາຊະຍາກຳທີ່ກ່ຽວຂ້ອງກັບ ອາກອນ ແລະ ການຟອກເງິນ, ບາງເຕັກນິກກ່ຽວກັບການຕ້ານ, ສະກັດກັ້ນ ການສືບສວນ-ສອບສວນ ແລະ ນິຕິກຳທີ່ກ່ຽວຂ້ອງ ເຊັ່ນ: ຄຳສັ່ງວ່າດ້ວຍການດຳເນີນຄະດີຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ການໂອນລາຄາ (Transfer Pricing), ການແລກປ່ຽນຂໍ້ມູນກັບຕ່າງປະເທດ, ການນຳໃຊ້ມາດຕະການທາງອາຍາເຂົ້າໃນການລົງໂທດຜູ້ລະເມີດອາກອນ ກໍ່ຄືບັນຫາອາຊະຍາກຳທາງດ້ານອາກອນ ໂດຍສະເພາະແມ່ນການຫຼົບຫຼີກພາສີ-ອາກອນ ແລະ ການຟອກເງິນ ແມ່ນໄພຂົ່ມຂູ່ທີ່ຮ້າຍແຮງຕໍ່ສະຖຽນລະພາບທາງດ້ານການເງິນ ແລະ ເສດຖະກິດຂອງປະເທດເຮົາ.

ອ່ານຕໍ່ →

ກອງປະຊຸມຝຶກອົບຮົມຫຼັກສູດວິຊາການດ້ານ ການຕ້ານການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (Financial Counter-Terrorism Academic Curriculum “FIN CTAC”) ຄັ້ງທີ 3 ສໍາລັບນັກວິຊາການ ແລະ ຜູ້ປະຕິບັດງານຕົວຈິງຈາກພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 15 ມິຖຸນາ 2026 ນີ້ ທີ່ນະຄອນຫຼວງວຽງຈັນ, ສປປ ລາວ.

ໃຫ້ກຽດກ່າວເປີດຝຶກອົບຮົມໂດຍ ທ່ານ ນາງ ວິໄລພອນ ສິດທິໂສ, ຮອງຫົວສໍານັກງານຂໍ້ມູນຕ້ານການຟອກເງິນ ແຫ່ງ ສປປ ລາວ ແລະ ທ່ານ ນູແຟລ ກາເຢັດ (Mr. Naoufel Gaied), ເລຂາທິການ ສະຖາບັນສາກົນເພື່ອຄວາມຍຸຕິທຳ ແລະ ຫຼັກນິຕິທຳ (The International Institute for Justice and the Rule of Law “IIJ”), ການຝຶກອົບຮົມໃນຄັ້ງນີ້ ດໍາເນີນໄປເປັນເວລາ 05 ວັນ ພາຍໃຕ້ການສະໜັບສະໜູນທຶນຈາກ ກະຊວງການຕ່າງປະເທດ, ການຄ້າ ແລະ ການພັດທະນາຂອງການາດາ (Global Affairs Canada) ແລະ ເປັນເຈົ້າພາບຮ່ວມໂດຍ ສໍານັກງານຂໍ້ມູນຕ້ານການຟອກເງິນ ແຫ່ງ ສປປ ລາວ ໂດຍໄດ້ມີ ນັກສໍາມະນາກອນຈາກອົງການ ສືບສວນ-ສອບສວນ ແລະ ອົງການໄອຍະການ ຈາກປະເທດ ກຳປູເຈຍ, ອິນໂດເນເຊຍ, ສປປ ລາວ, ມາເລເຊຍ, ຟີລິບປິນ ແລະ ຫວຽດນາມ. ຕະຫຼອດໄລຍະເວລາໜຶ່ງອາທິດ, ຜູ້ເຂົ້າຮ່ວມຈະໄດ້ມີສ່ວນຮ່ວມໃນການເຮັດບົດຝຶກຫັດພາກປະຕິບັດຕົວຈິງ, ສຶກສາກໍລະນີຕົວຢ່າງ (Case studies) ແລະ ຮ່ວມສົນທະນານຳຜູ້ຊ່ຽວຊານ ໂດຍເນັ້ນໃສ່ການສືບສວນ-ສອບສວນການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ຂໍ້ມູນຂ່າວສານທາງດ້ານການເງິນ, ການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນ, ວິທີການຊຳລະເງິນແບບໃໝ່ ທີ່ພວມມີທ່າອ່ຽງເພີ່ມຂຶ້ນ ແລະ ການສືບສວນ-ສອບສວນກ່ຽວກັບສະກຸນເງິນດິຈິຕອນ (Cryptocurrency). ໃນນາມທີ່ IIJ ເປັນຜູ້ພັດທະນາຫຼັກສູດໃນການ ສ້າງຂີດຄວາມອາດສາມາດໃນວຽກງານ ການຕ້ານການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ໄລຍະຜ່ານມາທາງ IIJ ກໍ່ໄດ້ໃຫ້ການຊ່ວຍເຫຼືອໃນການຍົກລະດັບຄວາມຮູ້ ແລະ ທັກສະພາກປະຕິບັດຕົວຈິງໃຫ້ແກ່ນັກສືບສວນ-ສອບສວນ, ໄອຍະການ,ນັກວິເຄາະຂໍ້ມູນຂ່າວສານທາງດ້ານການເງິນ ແລະ ບຸກຄະລາກອນໃນລະບົບຍຸຕິທຳທາງອາຍາອື່ນໆ ໃຫ້ມີຄວາມພ້ອມໃນການສະກັດກັ້ນ, ສືບສວນ-ສອບສວນ ແລະ ດຳເນີນຄະດີກ່ຽວກັບການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ນອກຈາກນີ້, ໂຄງການດັ່ງກ່າວຍັງຊ່ວຍຮັດແໜ້ນການຮ່ວມມືໃນພາກພື້ນ ແລະ ສ້າງເຄືອຂ່າຍວິຊາຊີບ ເພື່ອຮອງຮັບການຕອບໂຕ້ຕໍ່ກັບໄພຄຸກຄາມດ້ານຄວາມໝັ້ນຄົງ ທີ່ມີການປ່ຽນແປງໄປເລື້ອຍໆ ໃຫ້ມີປະສິດທິຜົນສູງຂຶ້ນ.

ອ່ານຕໍ່ →

ທ່ານ ສະຫວັນດວງຈິດ ແສງເດືອນ ວ່າການແທນຫົວໜ້າ ສໍານັກງານຂໍ້ມູນຕ້ານການຟອກເງິນ ຮ່ວມກັບ ອົງການ ອົງການສະຫະປາຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ (UNODC) ກ່າວເປີດ ຊຸດຝຶກອົບຮົມຫົວຂໍ້ “ການສືບສວນ-ສອບສວນທາງດ້ານການເງິນກ່ຽວກັບສັດປ່າ ແລະ ອາຊະຍາກຳທາງດ້ານສິ່ງແວດລ້ອມ” ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 23-25 ມິຖຸນາ 2026 ທີ່ແຂວງຫຼວງພະບາງ

ສໍານັກງານຂໍ້ມູນຕ້ານການຟອກເງິນ ຮ່ວມກັບ ອົງການສະຫະປາຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ (UNODC) ໄດ້ຈັດຝຶກອົບຮົມ ໃນຫົວຂໍ້: “ການສືບສວນ-ສອບສວນທາງດ້ານການເງິນ ກ່ຽວກັບສັດປ່າ ແລະ ອາຊະຍາກຳທາງດ້ານສິ່ງແວດລ້ອມ” ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 23-25 ມິຖຸນາ 2026 ທີ່ນະຄອນຫຼວງພະບາງ. ໃຫ້ກຽດເປັນປະທານໂດຍ ທ່ານ ສະຫວັນດວງຈິດ ແສງເດືອນ ວ່າການແທນຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ ແລະ ທ່ານ ຈອນ ມິເຊວ ເວີແອວ, ຫົວໜ້າໂຄງການ AML/CFT ປະຈຳລາວ. ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ກໍ່ແມ່ນເພື່ອສ້າງຄວາມອາດສາມາດໃຫ້ກັບເຈົ້າໜ້າທີ່ກ່ຽວກັບ ເຕັກນິກ ແລະ ວິທີການ ສືບສວນ-ສອບສວນທາງດ້ານການເງິນຂັ້ນສູງ ໃນວຽກງານສັດປ່າ, ອາຊະຍາກຳທາງດ້ານສິ່ງແວດລ້ອມ ແລະ ອາຊະຍາກຳທີ່ຕິດພັນ ໃຫ້ສາມາດນໍາໄປສູ່ ການສັ່ງຟ້ອງ ແລະ ຕັດສິນ ຄຽງຄູ່ກັບການຟອກເງິນ ທີ່ສອດຄ່ອງ ກັບຄວາມສ່ຽງຂອງ ສປປ ລາວ. ໂດຍມີຜູ້ເຂົ້າຮ່ວມ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ຈາກພາກສ່ວນ ອົງການໄອຍະການປະຊາຊົນສູງສຸດ, ກະຊວງການເງິນ, ອົງການກວດກາແຫ່ງລັດ, ກະຊວງປ້ອງກັນຄວາມສະຫົງບ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ສໍານັກງານຂໍ້ມູນຕ້ານການຟອກເງິນ.

ອ່ານຕໍ່ →