ສຳນັກງານຂໍ້ມູນຕ້ານການຟອກເງິນAnti-Money Laundering Intelligence Office
ເມນູ

ການເຄື່ອນໄຫວຂອງ ສຕຟງ

ສຳນັກງານຂໍ້ມູນຕ້ານການຟອກເງິນ ໄດ້ມີການເຄື່ອນໄຫວ ແລະ ກິດຈະກຳຕ່າງໆ ເພື່ອສ້າງຄວາມເຂັ້ມແຂງ ແລະ ພັດທະນາຄວາມຮູ້ຄວາມສາມາດ ດ້ານວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເປັນຕົ້ນແມ່ນ ການເຂົ້າຮ່ວມກອງປະຊຸມ, ການຝຶກອົມຮົບ ແລະ ສຳມະນາອື່ນໆ.

ພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ສໍານັກງານຂໍ້ມູນ ຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ ແລະ ກົມສ່ວຍສາອາກອນ, ກະຊວງການເງິນ

ພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ສໍານັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ ແລະ ກົມສ່ວຍສາອາກອນ, ກະຊວງການເງິນ (ສະບັບປັບປຸງ) ໄດ້ຈັດຂຶ້ນໃນຕອນບ່າຍ ວັນທີ 05 ມິຖຸນາ 2026, ໂດຍການເຂົ້າຮ່ວມພິທີລົງນາມປະກອບມີ ທ່ານ ສະຫວັນດວງຈິດ ແສງເດືອນ, ວ່າການແທນຫົວໜ້າສໍານັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ ແລະ ທ່ານ ຄໍາພັນ ພັນທຸລັກ, ຫົວໜ້າກົມສ່ວຍສາອາກອນ, ກະຊວງການເງິນ. ພ້ອມນີ້ ປະກອບມີຜູ້ເຂົ້າຮ່ວມຈາກ ຫ້ອງການ, ທະນາຄານແຫ່ງ ສປປ ລາວ, ຫ້ອງການ, ກະຊວງການເງິນ, ຮອງຫົວໜ້າກົມ, ຄະນະພະແນກ ແລະ ວິຊາການ ຈາກ ສໍານັກງານຂໍ້ມູນຕ້ານການຟອກເງິນ, ກົມສ່ວຍສາອາກອນ ແລະ ແຂກຮັບເຊີນ ເຂົ້າຮ່ວມ ແລະ ເປັກສັກຂີພະຍານ ລວມທັງໝົດ 30 ກວ່າທ່ານ. ຈຸດປະສົງຂອງການເຊັນ MOU ໃນຄັ້ງນີ້ ເພື່ອປັບປຸງເນື້ອໃນການພົວພັນຮ່ວມມື ລະຫວ່າງ ສໍານັກງານຂໍ້ມູນຕ້ານການຟອກເງິນ ແລະ ກົມສ່ວຍສາອາກອນ ໃນການຈັດຕັ້ງປະຕິບັດວຽກງານຕ້ານ ການຟອກເງິນ, ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ແລະ ການຫຼົບຫຼີກອາກອນ ຢູ່ ສປປ ລາວ ໃຫ້ມີປະສິດທິພາບຍິ່ງຂຶ້ນ ແລະ ສອດຄ່ອງ ກົດໝາຍ ວ່າດ້ວຍການຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ສະບັບປັບປຸງ) ສະບັບເລກທີ 64/ສພຊ, ລົງວັນທີ 01 ກໍລະກົດ 2024 ແລະ ກົດໝາຍ ວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ (ສະບັບປັບປຸງ) ສະບັບເລກທີ 66/ສພຊ, ລົງວັນທີ 17 ມິຖຸນາ 2019 ໂດຍການກຳນົດເນື້ອໃນກ່ຽວກັບຫຼັກການ, ວິທີການພົວພັນ, ການປະສານງານ, ການຮັກສາຄວາມລັບ ແລະ ຄວາມຮັບຜິດຊອບ ຂອງການຮ່ວມມື ຊຶ່ງກັນ ແລະ ກັນ ໃຫ້ເປັນລະບົບ, ວ່ອງໄວ, ປອດໄພ ແລະ ຮັບປະກັນ ໃຫ້ທັນສະພາບການ; ເປັນບ່ອນອີງໃນການເຂົ້າເຖິງ ແລະ ການນໍາໃຊ້ຂໍ້ມູນທາງດ້ານການເງິນ, ການແລກປ່ຽນຂໍ້ມູນຂ່າວສານ ແລະ ການນໍາໃຊ້ຂໍ້ມູນ ທີ່ພົວພັນກັບ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການຫຼົບຫຼີກອາກອນ ຂອງທັງສອງຝ່າຍ, ປະກອບສ່ວນເຮັດໃຫ້ສັງຄົມມີຄວາມໝັ້ນຄົງ, ເປັນລະບຽບຮຽບຮ້ອຍ ແລະ ເພີ່ມທະວີການຮ່ວມມື ໃນການຕ້ານ ການຟອກເງິນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການຫຼົບຫຼີກອາກອນ ໃຫ້ມີປະສິດທິຜົນຍິ່ງຂື້ນ.

ອ່ານຕໍ່ →

ຄໍາຖາມທີ 1: ບັນຊີ ສີເທົາແມ່ນຫຍັງ? ຄໍາຕອບ: ບັນຊີສີເທົາ (Grey List) ຂອງອົງການ FATF (Financial Action Task Force) ແມ່ນບັນທີ່ປະເທດທີ່ມີຂໍ້ຄົງຄ້າງໃນວຽກງານການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ທີ່ຖືກຕິດຕາມຢ່າງໃກ້ສິດໃນການຈັດຕັ້ງປະຕິບັດ ແລະ ມີການກໍານົດເວລາ ຢ່າງຈະແຈ້ງ. ຄໍາຖາມທີ 2: ຂໍ້ຄົງຄ້າງວຽກງານ AML/CFT ພາຍໃຕ້ບັນຊີສີເທົາຂອງ ສປປ ລາວ ມີບັນຫາໃດແດ່? ຄໍາຕອບ: ໃນເດືອນກຸມພາ 2025 ທີ່ຜ່ານມາ, ສປປ ລາວ ໄດ້ໃຫ້ຄໍາໝັ້ນສັນຍາລະດັບສູງ ເພື່ອຢັ້ງຢືນວ່າ ສປປ ລາວ ຈະຮ່ວມກັບອົງການຕ້ານການຟອກເງິນສາກົນ (FATF) ແລະ ກຸ່ມອາຊີປາຊີຟິກເພື່ອຕ້ານການຟອກເງິນ (APG) ເພື່ອສ້າງຄວາມເຂັ້ມແຂງໃນວຽກງານ AML/CFT ຂອງຕົນ. ສປປ ລາວ ຈະສືບຕໍ່ຮ່ວມມືກັບອົງການ FATF ເພື່ອຈັດຕັ້ງປະຕິບັດແຜນດຳເນີນງານຂອງອົງການ FATF ດັ່ງນີ້: (1) ຍົກລະດັບຄວາມເຂົ້າໃຈກ່ຽວກັບຄວາມສ່ຽງດ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ML/TF); (2) ປັບປຸງການຄຸ້ມຄອງຕາມຄວາມສ່ຽງຂອງຂະແໜງການກາຊີໂນ, ທະນາຄານ ແລະ ບັນດາຫົວໜ່ວຍທີ່ມີໜ້າທີ່ລາຍງານໃນເຂດເສດຖະກິດພິເສດ (SEZs) ລວມທັງການລົງກວດກາກັບທີ່ ໃຫ້ມີຄວາມຖືກຕ້ອງ ແລະ ເໝາະສົມ; (3) ຍົກລະດັບຄຸນນະພາບ ແລະ ປະລິມານຂອງການວິເຄາະຂ່າວກອງທາງການເງິນ ແລະ ການເຜີຍແຜ່ຮ່ວມກັບອົງການບັງຄັບໃຊ້ກົດ ໝາຍ; (4) ຮັບປະກັນໃຫ້ອົງການບັງຄັບໃຊ້ກົດໝາຍໄດ້ຮັບການຝຶກອົບຮົມ ແລະ ການແນະນຳກ່ຽວກັບການຟອກເງິນ; (5) ເພີ່ມທະວີການສືບສວນ-ສອບສວນຄະດີກ່ຽວກັບການຟອກເງິນໃຫ້ມີຄວາມສອດຄ່ອງກັບສະພາບຄວາມສ່ຽງຂອງ ສປປ ລາວ, ໂດຍເນັ້ນໜັກເຖິງອາຊະຍາກຳຂ້າມຊາດທີ່ຕ້ອງການ ການຮ່ວມມືຈາກສາກົນ; (6) ສ້າງນະໂຍບາຍການນໍາຮອຍ ແລະ ກູ້ຄືນຊັບສິນແຫ່ງຊາດທີ່ສອດຄ່ອງກັບຄວາມສ່ຽງທາງດ້ານ ML/TF; (7) ເພີ່ມທະວີການຈັດຕັ້ງປະຕິບັດວຽກງານເຈົ້າໜ້າທີ່ກ່ຽວຂ້ອງໂດຍມີການກຳນົດ ການຍຶດ ແລະ ການນຳໃຊ້ມາດຕະການ ທີ່ເຫັນວ່າເໝາະສົມ, ການຍຶດຊັບ ແລະ ເຄື່ອງມືທີ່ນຳໃຊ້ເຂົ້າໃນການກໍ່ອາຊະຍາກຳຕາມບັນດາຄວາມສ່ຽງ; (8) ຕິດຕາມ ສະຖາບັນການເງິນ ແລະ ສະຖາບັນທີ່ບໍ່ນອນໃນຂະແໜງການເງິນ ໃນການປະຕິບັດຕາມພັນທະກ່ຽວກັບບັນຊີຂວໍ້າບາດຂອງສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ທີ່ຕິດພັນກັບການສະໜອງທຶນໃຫ້ແກ່ການແຜ່ຜ່າຍອາວຸດທໍາລາຍລ້າງຜານ; ແລະ (9) ການແກ້ໄຂຂໍ້ຄົງຄ້າງທີ່ນອນໃນ ຂໍ້ແນະນໍາທີ 6 ເປົ້າໝາຍລົງໂທດທາງການເງິນທີ່ກ່ຽວຂ້ອງກັບການກໍ່ການຮ້າຍ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ;ຂໍ້ແນະນໍາທີ 7 ບົດລົງໂທດຕໍ່ບຸກຄົນ ຫຼື ອົງການຈັດຕັ້ງ ທາງການເງິນທີ່ພົວພັນເຖິງການແຜ່ຂະຫຍາຍອາວຸດທຳລາຍລ້າງຜານ; ແລະ ຂໍ້ແນະນໍາທີ 10 ການເອົາໃຈໃສ່ລູກຄ້າ.

ອ່ານຕໍ່ →

ໃນລະຫວ່າງວັນທີ 7- 8 ພຶດສະພາ 2026 ຄະນະຜູ້ແທນ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມເຂົ້າຮ່ວມກອງປະຊຸມຊ່ອງໜ້າ (Face-to-Face Meeting) ກ່ຽວກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ ສສ ຫວຽດນາມ

ໃນລະຫວ່າງວັນທີ 07-08 ພຶດສະພາ 2026 ທ່ານ ສະຫວັນດວງຈິດ ແສງເດືອນ, ວ່າການຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຈາກ ສປປ ລາວ ທັງໝົດ 17 ທ່ານ ທີ່ມາຈາກຂະແໜງການທີ່ກ່ຽວຂ້ອງເປັນຕົ້ນ: ກົມຕຳຫຼວດສືບສວນ-ສອບສວນ ແລະ ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ, ກະຊວງປ້ອງກັນຄວາມສະຫງົບ; ກົມຄຸ້ມຄອງວິສາກະກິດການເງິນ, ກົມພາສີ ແລະ ກົມສ່ວຍສາອາກອນ, ກະຊວງການເງິນ; ກົມຕ້ານ ແລະ ສອບສວນການສໍ້ລາດບັງຫລວງ, ອົງການກວດກາແຫ່ງລັດ; ກົມຄຸ້ມຄອງສະຖາບັນການເງິນທີ່ບໍ່ແມ່ນທະນາຄານ, ທະນາຄານແຫ່ງ ສປປ ລາວ; ກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ; ກົມກົດໝາຍ, ກະຊວງຍຸຕິທຳ; ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ; ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ພ້ອມດ້ວຍພະນັກງານຈາກສຳນັກງານຂໍ້ມູນຕ້ານຟອກເງິນຈຳນວນໜຶ່ງ ໄດ້ເຄື່ອນໄຫວກິດຈະກຳກ່ຽວກັບວຽກງານ AML/CFT ຢູ່ທີ່ປະເທດ ສສ. ຫວຽດນາມ. ໃນວັນທີ 07 ພຶດສະພາ 2026 ຄະນະຜູ້ແທນຂັ້ນສູງຈາກ ສປປ ລາວ ໄດ້ເຂົ້າຮ່ວມພົບປະ ທ່ານ Pham Tien Phong, ຫົວໜ້າໜ່ວຍງານຂໍ້ມູນຕ້ານການຟອກເງິນຂອງ ສສ. ຫວຽດນາມ ພ້ອມດ້ວຍຄະນະ ການພົບປະໃນຄັ້ງນີ້ ແມ່ນມີຄວາມໝາຍສຳຄັນທີ່ສຸດ ເພາະເປັນຊ່ວງໄລຍະເວລາທີ່ສອງປະເທດ ຕ້ອງລາຍໄດ້ລາຍງານຄວາມຄືບໜ້າ (Pro gress Report) ໃນການແກ່ໄຂຂໍ້ຄົງຄ້າງຂອງຕົນຕໍ່ກອງປະຊຸມຊ່ອງໜ້າ (Face-to-Face Meeting), ສະນັ້ນ ຄະນະຜູ້ແທນຈາກ ສປປ ລາວ ຈຶ່ງໄດ້ແລກປ່ຽນ ແລະ ຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດເພື່ອໃຫ້ ສາມາດບັນລຸແຜນວຽກ (Action Plan) ເປັນຕົ້ນ: ກົນໄກການປະສານງານພາຍໃນ ທີ່ມີປະສິດທິພາບເພື່ອໃຫ້ການແກ້ໄຂຂໍ້ຄົງຄ້າງມີປະສິດທິຜົນ; ການສ້າງຄວາມເຂັ້ມແຂງໃຫ້ແກ່ການວິເຄາະຂໍ້ມູນຂ່າວກອງທາງດ້ານການເງິນ ເພື່ອໃຫ້ເຈົ້າໜ້າທີ່ສືບສວນ -ສອບສວນ ນໍາໃຊ້ບົດລາຍງານຂ່າວກອງທາງການເງິນ (FIR) ຢ່າງປະສິດທິຜົນ; ການສ້າງຄວາມເຂັ້ມແຂງຂອງ ຜູ້ຄຸ້ມຄອງ ແລະ ເຈົ້າໜ້າທີ່ສືບສວນ-ສອບສວນ; ການກຽມຄວາມພ້ອມໃນກອງປະຊຸມຊ່ອງໜ້າ ຫຼື ເຕັກນິກການຕອບຄຳຖາມ ແລະ ການນຳສະເໜີຫຼັກຖານ ໃຫ້ແກ່ຄະນະ JG. ທ່ານ Pham Tien Phong, ຫົວໜ້າໜ່ວຍງານຂໍ້ມູນຕ້ານການຟອກເງິນຂອງ ສສ. ຫວຽດນາມ ພ້ອມດ້ວຍຄະນະ ກໍ່ໄດ້ໃຫ້ຄຳເຫັນຢ່າງກົງໄປກົງມາ ກ່ຽວກັບບົດຮຽນໃນແຕ່ລະດ້ານ ທີ່ເປັນປະໂຫຍດໃຫ້ກັບ ສປປ ລາວ ພ້ອມທັງຍັງເອກະພາບເບື້ອງຕົ້ນກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າລະຫວ່າງ ສຳນັກງານຂໍ້ມູນຕ້ານການຟອກເງິນ ຂອງ ສປປ ລາວ ແລະ ໜ່ວຍງານຂໍ້ມູນຕ້ານການຟອກເງິນຂອງ ສສ. ຫວຽດນາມ. ໃນວັນທີ 08 ພຶດສະພາ 2026 ຢູ່ທີ່ປະເທດ ສສ. ຫວຽດນາມ ຄະນະຜູ້ແທນຂັ້ນສູງຈາກ ສປປ ລາວ ໄດ້ເຂົ້າຮ່ວມຊີ້ແຈງ ແລະ ປ້ອງກັນຄວາມຄືບໜ້າ ໃນການແກ້ໄຂຂໍ້ຄົງຄ້າງວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ວຽກງານ ຕຟງ ແລະ ຕສຮ) ຂອງ ສປປ ລາວ ໃນກອງປະຊຸມແບບຊ່ອງໜ້າ (Face-to-Face Meeting “F2F”) ຄັ້ງທີ 3. ກອງປະຊຸມໃນຄັ້ງນີ້ ຈັດຂຶ້ນສະເພາະໃຫ້ບັນດາປະເທດທີ່ມີຂໍ້ຄົງຄ້າງດ້ານ ວຽກງານ ຕຟງ ແລະ ຕສຮ ທີ່ນອນໃນບັນຊີຕິດຕາມ (ບັນຊີສີເທົາ) ຂອງອົງການຕ້ານການຟອກເງິນສາກົນ (Financial Action Task Force “FATF”) ໂດຍປະກອບມີບັນດາປະເທດສະມາຊິກຂອງກຸ່ມອາຊີປາຊີຟິກ ເພື່ອຕ້ານການຟອກເງິນ (Asia Pacific Group on Money Laundering “APG”) ລວມມີ 04 ປະເທດ ຄື: ສສ. ຫວຽດນາມ, ສປປ ລາວ, ເນປານ ແລະ ມ້ຽນມາ. ປະເທດເຫຼົ່ານີ້ ຕ້ອງໄດ້ເຂົ້າຮ່ວມກອງປະຊຸມແບບຊ່ອງໜ້າທຸກໆ 04 ເດືອນ ເພື່ອລາຍງານຄວາມຄືບໜ້າໃນການແກ້ໄຂຂໍ້ຄົງຄ້າງຂອງຕົນ ຕາມແຜນດຳເນີນງານ (Action Plan) ໃຫ້ແກ່ຄະນະທົບທວນຮ່ວມ (Joint Group “JG”) ຂອງ FATF. ການເຂົ້າຮ່ວມກອງປະຊຸມຊ່ອງໜ້າຂອງ ສປປ ລາວໃນຄັ້ງນີ້, ເປັນສິ່ງຢືນຢັນໃຫ້ເຫັນເຖິງຄວາມເອົາໃນໃສ່ ແລະ ການຕັດສິນໃຈສູງຂອງ ສປປ ລາວ ເພື່ອເຮັດໃຫ້ວຽກງານ AML/CFT ຂອງ ສປປ ລາວ ສອດຄ່ອງກັບມາດຕະຖານຂອງ FATF ແລະ ຖືວ່າກອງປະຊຸມຊ່ອງໜ້າຄັ້ງນີ້ ແມ່ນຂີດໝາຍທີ່ສຳຄັນໃນການພິສູດໃຫ້ເຫັນເຖິງຄວາມພະຍາຍາມ ແລະ ຄວາມຄືບໜ້າທີ່ສປປ ລາວໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ເປັນການຍົກສູງບົດບາດ ແລະ ຄວາມນ່າເຊື່ອຖືຂອງວຽກງານ AML/CFT ຂອງ ສປປ ລາວ ໃນເວທີສາກົນ ໃຫ້ມີຄວາມໂປ່ງໃສ ແລະ ເຂັ້ມແຂງຂຶ້ນເລື້ອຍໆ.

ອ່ານຕໍ່ →

ກອງປະຊຸມຝຶກອົບຮົມກ່ຽວກັບການຮ່ວມມືສາກົນກັບຄູ່ຮ່ວມງານຕ່າງປະເທດ ໂດຍຜ່ານການແລກປ່ຽນຂ່າວກອງທາງການເງິນ ແລະ ການນໍາຮອຍ-ກູ້ຄືນຊັບສິນທີ່ໄດ້ມາຈາກການກະທໍາຜິດລະຫວ່າງປະເທດ

ໃນລະຫວ່າງ ວັນທີ 05-07 ພຶດສະພາ 2026, ທີ່ໂຮງແຮມເມືອງຫຼວງ, ແຂວງຫຼວງພະບາງ. ສໍານັກງານຂໍ້ມູນຕ້ານການຟອກເງິນ ຮ່ວມມືກັບອົງການ UNODC ໄດ້ຮ່ວມກັນຈັດກອງປະຊຸມຝຶກອົບຮົມກ່ຽວກັບການຮ່ວມມືສາກົນກັບຄູ່ຮ່ວມງານຕ່າງປະເທດ ໂດຍຜ່ານການແລກປ່ຽນຂ່າວກອງທາງການເງິນ ແລະ ການນໍາຮອຍ-ກູ້ຄືນຊັບສິນທີ່ໄດ້ມາຈາກການກະທໍາຜິດລະຫວ່າງປະເທດ, ຊຶ່ງມີຕາງໜ້າຈາກບັນດາກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມຫຼາຍກວ່າ 40 ທ່ານ. ເປັນຕົ້ນ ເຈົ້າໜ້າທີ່ຕໍາຫຼວດກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນນະຄອນຫຼວງ, ເຈົ້າໜ້າທີ່ພາສີ ແລະ ອາກອນ ກະຊວງການເງິນ, ກະຊວງການຕ່າງປະເທດ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ອົງການກວດກາແຫ່ງລັດ ພ້ອມທັງມີຜູ້ຕາງໜ້າຈາກທ້ອງຖິ່ນເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ກໍ່ເພື່ອເພີ່ມທະວີກົນໄກການແລກປ່ຽນຂໍ້ມູນເພື່ອເພີ່ມທະວີໃຫ້ການແລກປ່ຽນຂໍ້ມູນມີຄວາມວ່ອງໄວ, ປອດໄພ ແລະ ເຊື່ອຖືໄດ້; ພັດທະນາທັກສະການນຳຮອຍ-ກູ້ຄືນຊັບສິນ ໃນການຕິດຕາມເສັ້ນທາງເງິນທີ່ຊັບຊ້ອນ ໃຫ້ທັນກັບເຕັກໂນໂລຊີທີ່ມີການປ່ຽນແປງ ແລະ ຮັບປະກັນວ່າ ສາມາດເກັບກູ້ຄືນຊັບສິນມາໄດ້ຢ່າງຄົບຖ້ວນ; ສ້າງຄວາມເປັນເອກະພາບດ້ານກົດໝາຍ ລະຫວ່າງປະເທດ ເພື່ອອຳນວຍຄວາມສະດວກໃນການຢຶດ ແລະ ອາຍັດຊັບສິນຂ້າມຊາຍແດນ ໃຫ້ມີປະສິດທິພາບ. ພ້ອມທັງ ບັນຍາຍພາລະບົດບາດຂອງຜູ້ປະສານງານຫຼັກ ກ່ຽວກັບການຕິດຕາມຊັບສິນ ຂອງເຄື່ອຂາຍຮ່ວມມືຂອງໜ່ວຍງານເກັບກູ້ຊັບສິນຄືນຂອງພາກພື້ນອາຊີປາຊີຟິກ (ARIN-AP).

ອ່ານຕໍ່ →

ການເຂົ້າຮ່ວມກອງປະຊຸມສໍາມະນາ ໃນຫົວຂໍ້ “ການແກ້ໄຂບັນຫາການສົມຮູ້ຮ່ວມຄິດການຕົວະຍົວະຫຼອກລວງທາງອອນລາຍ ແລະ ການຄ້າປະເວນີເດັກ ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ (Addressing the Convergence of Online Scams and Child Sexual Exploitation in Southeast Asia)”

ໃນວັນທີ 19-21 ເມສາ 2026 ທີ່ປະເທດ ມາເລເຊຍ. ການຈັດກອງປະຊຸມຄັ້ງນີ້ ໂດຍໄດ້ຮັບທຶນຊ່ວຍເຫຼືອລັດຖະບານຂອງປະເທດອັງກິດ ໂດຍຜ່ານອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ (United Nations Office on Drugs and Crime “UNODC”) ປະຈໍາພາກພື້ນ, ຊຶ່ງມີຜູ້ເຂົ້າຮ່ວມຈາກເຈົ້າໜ້າທີ່ກ່ຽວຂ້ອງ ຈາກ 09 ປະເທດ: ຟີລິບປິນ, ໄທ, ສສ. ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ, ບຣູໄນ, ສິງກະໂປ, ຕີມໍເລສເຕ ແລະ ສປປ ລາວ, ລວມທັງໝົດຈຳນວນ 28 ທ່ານ. ຈຸດປະສົງ ແມ່ນເນັ້ນໃສ່ປຶກສາຫາລື, ແລກປ່ຽນບົດຮຽນ ກ່ຽວກັບແນວໂນ້ມທ່າອ່ຽງ ການຟອກເງິນ, ກະແສເງິນທີ່ຜິດກົດໝາຍ, ການເສີມສ້າງຄວາມເຂົ້າໃຈ ແລະ ຄວາມຮ່ວມມືໃນລະດັບພາກພື້ນ ກ່ຽວກັບໄພຄຸກຄາມຂອງອາຊະຍາກໍາທາງການເງິນ ໂດຍສະເພາະການສົມຮູ້ຮ່ວມຄິດການຕົວະຍົວະຫຼອກລວງທາງອອນລາຍ ແລະ ການຄ້າປະເວນີເດັກ. ພ້ອມທັງເປັນເວທີສົນທະນາ ແລະ ປຶກສາຫາລືກ່ຽວກັບແຜນດຳເນີນງານຂອງອາຊຽນ ໃນວຽກງານຕ້ານອາຊະຍະກຳຂ້າມຊາດ (ໄລຍະປີ 2026-2035) ແລະ ແຜນວຽກຂອງຄະນະເຈົ້າໜ້າທີ່ອາວຸດໂສອາຊຽນ ກ່ຽວກັບອາຊະຍາກຳຂ້າມຊາດ (ASEAN Senior Officials Meeting on Transnational Crime “SOMTC”) ທີ່ຕິດພັນກັບວຽກຕ້ານ ການຟອກເງິນ, ອາຊະຍາກຳທາງໄຊເບີ ແລະ ການຕົວະຍົວະຫຼອກລວງທາງອອນລາຍ.

ອ່ານຕໍ່ →

ກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ I ປະຈໍາປີ 2026

ໃນຕອນເຊົ້າຂອງ ວັນທີ 11 ມີນາ 2026, ເວລາ 08:00-12:00 ໂມງ, ທີ່ຫ້ອງປະຊຸມສຳນັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ສະໄໝສາມັນ ຄັ້ງທີ I ປະຈໍາປີ 2026 ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການແຫ່ງຊາດເພື່ອຕ້ານການຟອກເງິນ ແລະ ການສະຫນອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ). ພ້ອມນີ້, ກໍມີບັນດາ ສະມາຊິກຄະນະກໍາມະການເເຫ່ງຊາດ, ຄະນະກົມຈາກກະຊວງກ່ຽວຂ້ອງ ແລະ ກອງເລຂາ ເຂົ້າຮ່ວມກອງປະຊຸມ ຈຳນວນ 35 ກວ່າທ່ານ. ກອງປະຊຸມໃນຄັ້ງນີ້ ໃນນາມກອງເລຂາ ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ແລະ 03 ຄະນະອະນຸກຳມະການຊ່ວຍວຽກຄະນະ ຄຕຟງ (ອະນຸກຳມະການວຽກງານຍຸດທະສາດ, ອະນຸກຳມະການວຽກງານຄຸ້ມຄອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ແລະ ອະນຸກຳມະການວຽກງານດຳເນີນຄະດີ) ໄດ້ລາຍງານຄວາມຄືບໜ້າໃນການຈັດຕັ້ງມະຕິກອງປະຊຸມຄັ້ງກ່ອນ ແລະ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນດຳເນີນງານໃນການແກ້ໄຂຂໍ້ຄົງຄ້າງວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ໃນໄລຍະ 2025-2027. ພ້ອມທັງກຳນົດແຜນການເລັ່ງແກ້ໄຂຂໍ້ຄົ້ງຄ້າງດັ່ງກ່າວໃນຕໍ່ໜ້າໃຫ້ມີຂໍ້ມູນຄົບຖ້ວນ ແລະ ມີຄວາມຄືບໜ້າຫຼາຍຂື້ນ ເພື່ອລາຍງານໃຫ້ສາກົນ, ໃນຕອນທ້າຍກອງປະຊຸມ ປະທານກອງປະຊຸມໄດ້ເນັ້ນໜັກໃຫ້ຄະນະ ຄຕຟງ ແລະ ບັນດາກະຊວງທີ່ກ່ຽວຂ້ອງ ເພີ່ມທະວີຊຸກຍູ້, ຊີ້ນໍາບັນດາກົມກອງຂອງກະຊວງ, ອົງການຈັດຕັ້ງຂອງຕົນ ແລະ ບັນດາຄະນະກຳມະການຊ່ວຍວຽກ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມຕື່ນຕົວ ແລະ ຍົກສູງພາລະບົດບາດໃນຄວາມຮັບຜິດຊອບ ຕໍ່ການຈັດຕັ້ງປະຕິບັດຕົວຈິງໃຫ້ສໍາເລັດຕາມຄາດໝາຍທີ່ກຳນົດໄວ້.

ອ່ານຕໍ່ →

ກອງປະຊຸມ ປືກສາຫາລືໃນການຈັດຕັ້ງປະຕິບັດຂໍ້ແນະນຳທີ່ 6 ຂອງອົງການຕ້ານການຟອກເງິນສາກົນ (FATF) ສຳນັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ) ຮ່ວມກັບ ອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາດຊະຍາກຳ (UNODC) ຄັ້ງວັນທີ 08-09 ມັງກອນ 2026 ທີ່ຫ້ອງປະຊຸມຊັ້ນ VII ຕຶກຕະຫຼາດຫຼັກຊັບລາວ.

ໃນລະຫວ່າງວັນທີ 08-09 ມັງກອນ 2026, ສຳນັກງານຂໍ້ມູນຕ້ານການຟອກເງິນ ຮ່ວມກັບ ອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາດຊະຍາກຳ (UNODC) ໄດ້ຈັດ ກອງປະຊຸມ ກ່ຽວກັບການ ປືກສາຫາລືໃນການຈັດຕັ້ງປະຕິບັດຂໍ້ແນະນຳທີ່ 6 ຂອງອົງການຕ້ານການຟອກເງິນສາກົນ (FATF) ກໍ່ຄືການຄົ້ນຄວ້າ ຮ່າງ ຄຳແນະຈັດຕັ້ງຜັນຂະຫຍາຍ ດຳລັດວ່າດ້ວຍ ການ ກັກ, ຍຶດ ແລະ ອາຍັດ ທຶນ ຂອງຜູ້ຢູ່ໃນບັນຊີລາຍຊື່ ທີ່ພົວພັນກັບ ການກໍ່ການຮ້າຍ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ສະບັບເລກທີ 553/ລບ, ລົງວັນທີ 04 ກັນຍາ 2025, ທີ່ ຕຶກຕະຫຼາດຫຼັກຊັບລາວ, ຊັ້ນ VII, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ວິໄລພອນ ສິດທິໂສ ຮອງຫົວໜ້າສຳນກັງານຂໍ້ມູນຕ້ານການຟອກເງິນ ຊຶ່ງປະກອບມີຜູ້ເຂົ້າຮ່ວມຕ່າງໜ້າຈາກບັນດາກະຊວງທີ່ກ່ຽວຂ້ອງ ເປັນຕົ້ນ ກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທຳ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ກະຊວງການເງິນ, ກະຊວງອຸດສະຫະກໍາ ແລະ ການຄ້າ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທະນາຄານແຫ່ງ ສປປ ລາວ, ສຳນັກງານຂໍ້ມູນຕ້ານການຟອກເງິນ ແລະ ຊ່ຽວຊານຈາກ ອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາດຊະຍາກຳ (UNODC).

ອ່ານຕໍ່ →

ກອງປະຊຸມເຜີຍແຜ່ ບົດລາຍງານຜົນການປະເມີນຄວາມສ່ຽງແຫ່ງຊາດ ຄັ້ງທີ II, ບັນດານິຕິກຳທີ່ຕິດພັນ ແລະ ແບບສອບຖາມການປະເມີນຄວາມສ່ຽງຕາມຫຼັກການບໍລິຫານຄວາມສ່ຽງ ກ່ຽວກັບວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃນວັນທີ 09 ທັນວາ 2025 ທີ່ ສາຂາທະນາຄານ ແຫ່ງ ສປປ ລາວ ພາກເໜືອ ແຂວງຫຼວງພະບາງ

ສໍານັກງານຂໍ້ມູນຕ້ານການຟອກເງິນ ໄດ້ຈັດກອງປະຊຸມເຜີຍແຜ່ ບົດລາຍງານຜົນການປະເມີນຄວາມສ່ຽງແຫ່ງຊາດ ຄັ້ງທີ II ຂອງ ສປປ ລາວ, ບັນດານິຕິກຳທີ່ຕິດພັນ ແລະ ແບບສອບຖາມການປະເມີນຄວາມສ່ຽງຕາມຫຼັກການບໍລິຫານຄວາມສ່ຽງ ກ່ຽວກັບວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແຂວງ ຈຳປາສັກ ຂຶ້ນໃນວັນທີ 09 ທັນວາ 2025 ທີ່ ຫ້ອງປະຊຸມ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງຫຼວງພະບາງ ພາຍໃຕ້ການເປັນປະທານໂດຍ ທ່ານ ພຽງຄໍາ ທໍາມະວົງ ຮອງຫົວໜ້າພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ, ທ່ານ ສົມສະເໝີ ດວງດາວົງ ຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນ, ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ. ຈຸດປະສົງຂອງກອງປະຊຸມ ເພື່ອເຜີຍແຜ່ ບົດລາຍງານຜົນການປະເມີນຄວາມສ່ຽງແຫ່ງຊາດ ຄັ້ງທີ II ຂອງ ສປປ ລາວ ທີ່ຕິດພັນກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແລະ ທຸລະກິດຊື້-ຂາຍ ອະສັງຫາລິມະຊັບ ແລະ ແບບສອບຖາມການປະເມີນຄວາມສ່ຽງຕາມຫຼັກການບໍລິຫານຄວາມສ່ຽງ ກ່ຽວກັບວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ພ້ອມນີ້ ໄດ້ມີການນໍາສະເໜີ ແບບສອບຖາມການປະເມີນຄວາມສ່ຽງຕາມຫຼັກການບໍລິຫານຄວາມສ່ຽງ ກ່ຽວກັບວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ກໍ່ເພື່ອ ສ້າງຂີດຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແລະ ທຸລະກິດຊື້-ຂາຍ ອະສັງຫາລິມະຊັບ ໃນຂັ້ນທ້ອງຖິ່ນ ໃຫ້ມີຄວາມເຂົ້າໃຈເລີກເຊິ່ງກ່ຽວກັບວຽກງານ AML/CFT ພ້ອມທັງເປັນການເນື້ອໃນຄົບຖ້ວນ ແລະ ສອດຄ່ອງຕາມຫຼັກການປະຕິບັດຕົວຈິງເພື່ອໃຫ້ສາມາດນຳມາປະເມີນຄວາມສ່ຽງຂອງແຕ່ລະຂະແໜງການ, ແນໃສ່ແກ້ໄຂຂໍ້ຄົງຄ້າງດ້ານວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ຢູ່ໃນບັນຊີຕິດຕາມ (ບັນຊີສີເທົາ) ແລະ ຮັບປະກັນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ໄດ້ຮັບປະສິດທິຜົນຍິ່ງຂຶ້ນເທື່ອລະກ້າວ.

ອ່ານຕໍ່ →

ກອງປະຊຸມເຜີຍແຜ່ ບົດລາຍງານຜົນການປະເມີນຄວາມສ່ຽງແຫ່ງຊາດ ຄັ້ງທີ II, ບັນດານິຕິກຳທີ່ຕິດພັນ ແລະ ແບບສອບຖາມການປະເມີນຄວາມສ່ຽງຕາມຫຼັກການບໍລິຫານຄວາມສ່ຽງ ກ່ຽວກັບວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃນວັນທີ 04 ທັນວາ 2025 ທີ່ ສາຂາທະນາຄານ ແຫ່ງ ສປປ ລາວ ພາກກາງ ແຂວງ ສະຫວັນນະເຂດ

ສໍານັກງານຂໍ້ມູນຕ້ານການຟອກເງິນ ໄດ້ຈັດກອງປະຊຸມເຜີຍແຜ່ ບົດລາຍງານຜົນການປະເມີນຄວາມສ່ຽງແຫ່ງຊາດ ຄັ້ງທີ II ຂອງ ສປປ ລາວ, ບັນດານິຕິກຳທີ່ຕິດພັນ ແລະ ແບບສອບຖາມການປະເມີນຄວາມສ່ຽງຕາມຫຼັກການບໍລິຫານຄວາມສ່ຽງ ກ່ຽວກັບວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແຂວງ ຈຳປາສັກ ຂຶ້ນໃນວັນທີ 04 ທັນວາ 2025 ທີ່ ຫ້ອງປະຊຸມໃຫ່ຍ, ສາຂາທະນາຄານ ແຫ່ງ ສປປ ລາວ ພາກກາງ ແຂວງສະຫວັນນະເຂດ ພາຍໃຕ້ການເປັນປະທານໂດຍ ທ່ານ ສຸລິສັກ ຮົ່ມໂພທິຈັກ ຮອງຫົວໜ້າສາຂາ ທະນາຄານແຫ່ງ ສປປ ລາວ ພາກກາງ ແຂວງສະຫວັນນະເຂດ, ທ່ານ ສົມສະເໝີ ດວງດາວົງ ຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນ, ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ນາງ ນັນທະ ພົມມະວົງສາ ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ. ຈຸດປະສົງຂອງກອງປະຊຸມ ເພື່ອເຜີຍແຜ່ ບົດລາຍງານຜົນການປະເມີນຄວາມສ່ຽງແຫ່ງຊາດ ຄັ້ງທີ II ຂອງ ສປປ ລາວ ທີ່ຕິດພັນກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແລະ ທຸລະກິດຊື້-ຂາຍ ອະສັງຫາລິມະຊັບ ແລະ ແບບສອບຖາມການປະເມີນຄວາມສ່ຽງຕາມຫຼັກການບໍລິຫານຄວາມສ່ຽງ ກ່ຽວກັບວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ພ້ອມນີ້ ໄດ້ມີການນໍາສະເໜີ ແບບສອບຖາມການປະເມີນຄວາມສ່ຽງຕາມຫຼັກການບໍລິຫານຄວາມສ່ຽງ ກ່ຽວກັບວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ກໍ່ເພື່ອ ສ້າງຂີດຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແລະ ທຸລະກິດຊື້-ຂາຍ ອະສັງຫາລິມະຊັບ ໃນຂັ້ນທ້ອງຖິ່ນ ໃຫ້ມີຄວາມເຂົ້າໃຈເລີກເຊິ່ງກ່ຽວກັບວຽກງານ AML/CFT ພ້ອມທັງເປັນການເນື້ອໃນຄົບຖ້ວນ ແລະ ສອດຄ່ອງຕາມຫຼັກການປະຕິບັດຕົວຈິງເພື່ອໃຫ້ສາມາດນຳມາປະເມີນຄວາມສ່ຽງຂອງແຕ່ລະຂະແໜງການ, ແນໃສ່ແກ້ໄຂຂໍ້ຄົງຄ້າງດ້ານວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ຢູ່ໃນບັນຊີຕິດຕາມ (ບັນຊີສີເທົາ) ແລະ ຮັບປະກັນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ໄດ້ຮັບປະສິດທິຜົນຍິ່ງຂຶ້ນເທື່ອລະກ້າວ.

ອ່ານຕໍ່ →

ກອງປະຊຸມເຜີຍແຜ່ ບົດລາຍງານຜົນການປະເມີນຄວາມສ່ຽງແຫ່ງຊາດ ຄັ້ງທີ II, ບັນດານິຕິກຳທີ່ຕິດພັນ ແລະ ແບບສອບຖາມການປະເມີນຄວາມສ່ຽງຕາມຫຼັກການບໍລິຫານຄວາມສ່ຽງ ກ່ຽວກັບວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ໃນວັນທີ 19 ພະຈິກ 2025 ທີ່ ສາຂາທະນາຄານ ແຫ່ງ ສປປ ລາວ ພາກໃຕ້ ແຂວງ ຈຳປາສັກ

ສໍານັກງານຂໍ້ມູນຕ້ານການຟອກເງິນ ໄດ້ຈັດກອງປະຊຸມເຜີຍແຜ່ ບົດລາຍງານຜົນການປະເມີນຄວາມສ່ຽງແຫ່ງຊາດ ຄັ້ງທີ II ຂອງ ສປປ ລາວ, ບັນດານິຕິກຳທີ່ຕິດພັນ ແລະ ແບບສອບຖາມການປະເມີນຄວາມສ່ຽງຕາມຫຼັກການບໍລິຫານຄວາມສ່ຽງ ກ່ຽວກັບວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແຂວງ ຈຳປາສັກ ຂຶ້ນໃນວັນທີ 19 ພະຈິກ 2025 ທີ່ ຫ້ອງປະຊຸມໃຫ່ຍ, ສາຂາທະນາຄານ ແຫ່ງ ສປປ ລາວ ພາກໃຕ້ ແຂວງຈໍາປາສັກ ພາຍໃຕ້ການເປັນປະທານໂດຍ ທ່ານ ໄຊລືຊາ ຜູຍຍະວົງ ຫົວໜ້າສາຂາ ທະນາຄານແຫ່ງ ສປປ ລາວ ພາກໃຕ້ ແຂວງຈໍາປາສັກ, ທ່ານ ສົມສະເໝີ ດວງດາວົງ ຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນ, ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ນາງ ນັນທະ ພົມມະວົງສາ ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ. ຈຸດປະສົງຂອງກອງປະຊຸມ ເພື່ອເຜີຍແຜ່ ບົດລາຍງານຜົນການປະເມີນຄວາມສ່ຽງແຫ່ງຊາດ ຄັ້ງທີ II ຂອງ ສປປ ລາວ ທີ່ຕິດພັນກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແລະ ທຸລະກິດຊື້-ຂາຍ ອະສັງຫາລິມະຊັບ ແລະ ແບບສອບຖາມການປະເມີນຄວາມສ່ຽງຕາມຫຼັກການບໍລິຫານຄວາມສ່ຽງ ກ່ຽວກັບວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ພ້ອມນີ້ ໄດ້ມີການນໍາສະເໜີ ແບບສອບຖາມການປະເມີນຄວາມສ່ຽງຕາມຫຼັກການບໍລິຫານຄວາມສ່ຽງ ກ່ຽວກັບວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ກໍ່ເພື່ອ ສ້າງຂີດຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແລະ ທຸລະກິດຊື້-ຂາຍ ອະສັງຫາລິມະຊັບ ໃນຂັ້ນທ້ອງຖິ່ນ ໃຫ້ມີຄວາມເຂົ້າໃຈເລີກເຊິ່ງກ່ຽວກັບວຽກງານ AML/CFT ພ້ອມທັງເປັນການເນື້ອໃນຄົບຖ້ວນ ແລະ ສອດຄ່ອງຕາມຫຼັກການປະຕິບັດຕົວຈິງເພື່ອໃຫ້ສາມາດນຳມາປະເມີນຄວາມສ່ຽງຂອງແຕ່ລະຂະແໜງການ, ແນໃສ່ແກ້ໄຂຂໍ້ຄົງຄ້າງດ້ານວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ຢູ່ໃນບັນຊີຕິດຕາມ (ບັນຊີສີເທົາ) ແລະ ຮັບປະກັນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ໄດ້ຮັບປະສິດທິຜົນຍິ່ງຂຶ້ນເທື່ອລະກ້າວ.

ອ່ານຕໍ່ →

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ສໍານັກງານຂໍ້ມູນຕ້ານການຟອກເງິນ (ສຕຟງ), ທະນາຄານແຫ່ງ ສປປ ລາວ ແລະ ກົມທະບຽນສານ, ກະຊວງຍຸຕິທໍາ ໃນວັນທີ 20 ພະຈິກ 2025, ທີ່ຫ້ອງປະຊຸມຊັ້ນ VII ສຕຟງ. ໂດຍເປັນກຽດໃນການເຂົ້າຮ່ວມຂອງ ທ່ານ ອາລຸນ ບຸນຍົງ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ທ່ານ ຄໍາພັນ ບຸນພາຄົມ ຮອງລັດຖະມົນຕີ, ກະຊວງຍຸຕິທໍາ ພ້ອມດ້ວຍບັນດາທ່ານຄະນະກົມ, ຄະນະພະແນກ ແລະ ເເຂກທີ່ເຂົ້າຮ່ວມຈາກກົມກ່ຽວຂ້ອງ ພາຍໃນ ທຫລ ແລະ ກະຊວງຍຸຕິທໍາ.

ຈຸດປະສົງໃນການເຊັນ MOU ໃນຄັ້ງນີ້ແມ່ນເພື່ອປະຕິບັດຕາມແຜນການດໍາເນີນງານ (Action plan) ໃນການແກ້ໄຂຂໍ້ຄົງຄ້າງວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ໃນໄລຍະປີ 2025-2027 ທີ່ລັດຖະບານໄດ້ຮັບຮອງຕໍ່ສາກົນໃນປີ 2025, ຊຶ່ງບັນດາຂໍ້ບົກຜ່ອງທີ່ ສປປ ລາວ ຍັງຕ້ອງໄດ້ສືບຕໍ່ເລັ່ງເອົາໃຈໃສ່ແກ້ໄຂເປັນຕົ້ນການສ້າງກົນໄກການປະສານງານ ລະຫວ່າງ ສຕຟງ ກັບບັນດາກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນປະເທດ ເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍມີປະສິດທິຜົນ. ໂດຍເປັນກຽດລົງນາມເຊັນໂດຍ ທ່ານ ນາງ ວິນຄຳ ລຸນທອນ ວ່າການຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ ແລະ ທ່ານ ບຸນທິດາ ພົມສະຫວັນ ຫົວໜ້າກົມທະບຽນສານ, ກະຊວງຍຸຕິທໍາ. ເພື່ອໃຫ້ການຈັດຕັ້ງວຽກງານດັ່ງກ່າວ ສໍາເລັດຕາມຄາດໝາຍ ແລະ ສ້າງເງື່ອນໄຂໃຫ້ ສປປ ລາວ ສາມາດແກ້ໄຂຂໍ້ບົກຜ່ອງໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້ ແນ່ໃສ່ເພື່ອຫຼຸດພົ້ນອອກຈາກບັນຊີຕິດຕາມ (ບັນຊີສີເທົາ) ຂອງອົງການຕ້ານການຟອກເງິນສາກົນ.

ອ່ານຕໍ່ →

ກອງປະຊຸມເຜີຍແຜ່ກົດໝາຍ, ນິຕິກໍາໃຕ້ກົດໝາຍ ແລະ ການທົບທວນ ແລະ ປະເມີນຄືນຄວາມສ່ຽງລະດັບຊາດ ກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງບັນດາສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ແລະ ບັນດາສາຂາທະນາຄານທຸລະກິດ ໃນວັນທີ 02 ຕຸລາ 2025 ຢູ່ທີ່ຫ້ອງປະຊຸມສະໂມສອນ ຂອງສະຖາບັນທະນາຄານ ນະຄອນຫຼວງວຽງຈັນ.

ສໍານັກງານຂໍ້ມູນຕ້ານການຟອກເງິນ ໄດ້ຈັດກອງປະຊຸມເຜີຍແຜ່ ກົດໝາຍ, ນິຕິກໍາໃຕ້ກົດ ໝາຍ ແລະ ການທົບທວນການປະເມີນຄືນຄວາມສ່ຽງລະດັບຊາດ ກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງບັນດາສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ໂດຍຈັດຂຶ້ນໃນວັນທີ 02 ຕຸລາ 2025 ຢູ່ທີ່ຫ້ອງປະຊຸມສະໂມສອນ ຂອງສະຖາບັນທະນາຄານ ນະ ຄອນຫຼວງວຽງຈັນ. ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ນັນທະ ພົມມະວົງສາ ຮອງຫົວໜ້າສຳນັກງານຂໍ້ມູນຕ້ານການຟອກເງິນປະທານກອງປະຊຸມ ຊຶ່ງມີຜູ້ເຂົ້າຮ່ວມຂອງແຕ່ລະສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ຫຼາຍກວ່າ 200 ທ່ານ. ຈຸດປະສົງຂອງກອງປະຊຸມ ເພື່ອເຜີຍແຜ່ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ກ່ຽວກັບການຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ໄດ້ປັບປຸງໃໝ່ ເປັນຕົ້ນ: ກົດໝາຍວ່າດ້ວຍການຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ສະບັບປັບປຸງ) ສະບັບເລກທີ 64/ສພຊ, ລົງວັນທີ 01 ກໍລະກົດ 2024 ແລະ ຂໍ້ຕົກລົງວ່າດ້ວຍ ມາດຕະການ ການເອົາໃຈໃສ່ລູກຄ້າ ສຳລັບຫົວໜ່ວຍທີ່ມີໜ້າທີ່ລາຍງານ ສະບັບເລກທີ 11 ລົງວັນທີ 29 ພຶດສະພາ 2025 (ສະບັບປັບປຸງ) ແລະ ເຜີຍແຜ່ແບບຟອມເກັບກຳຂໍ້ມູນ ເພື່ອປະເມີນຄວາມສ່ຽງລະດັບຊາດ ດ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການເຂົ້າເຖິງການບໍລິການທາງດ້ານການເງິນ ຂອງບັນດາສະຖາບັນການເງິນທີ່ບໍ່ແມ່ນ. ທັງນີ້, ກໍ່ເພື່ອ ສ້າງຄວາມສາມາດ ແລະ ສ້າງຄວາມເຂົ້າໃຈ ຕໍ່ສິດ ແລະ ພັນທະ ຂອງຫົວໜ່ວຍທີ່ມີໜ້າທີ່ລາຍງານ ໃນຂັ້ນທ້ອງຖິ່ນ ໃຫ້ມີຄວາມເຂົ້າໃຈເລີກເຊິ່ງກ່ຽວກັບວຽກງານ ຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ພ້ອມທັງເປັນການປະກອບຂໍ້ມູນໃສ່ແບບຟອມເກັບກຳຂໍ້ມູນ ປະເມີນຄວາມສ່ຽງລະດັບຊາດ ດ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໃຫ້ມີເນື້ອໃນຄົບຖ້ວນ ແລະ ສອດຄ່ອງຕາມຄວາມເປັນຈິງ, ເພື່ອແນໃສ່ແກ້ໄຂຂໍ້ຄົງຄ້າງດ້ານວຽກງານຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ຢູ່ໃນບັນຊີຕິດຕາມ (ບັນຊີສີເທົາ) ແລະ ຮັບປະກັນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ໄດ້ຮັບປະສິດທິຜົນຍິ່ງຂຶ້ນເທື່ອລະກ້າວ.

ອ່ານຕໍ່ →